ລ​າ​ຄາ​ນຳ​ມັນ​ໂລກ​ເພີ່ມ​ຂຶ້​ນ​ສູງ​ໃນ​ວາ​ລະ​ທຸ​ລະ​ກຳ​ຂອງ​ຕອນ​ເຊົ້າ​ວັນ​ທີ 20 ກໍ​ລະ​ກົດ, ພາຍ​ຫຼັງ​ທີ່ ອາ​ເມ​ລິ​ກາ ເປີດບັ້ນ​ບຸກ​ໂຈມ​ຕີໃໝ່​ແນ​ໃສ່ ອີ​ຣານ, ໃນ​ຂະ​ນະ​ທີ່​ບັນ​ດາ​ການ​ຜັນ​ແປ​ດ້ານ​ຄວາມ​ໝັ້ນ​ຄົງ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz ສືບ​ຕໍ່​ເຮັດ​ໃຫ້​ເກີດ​ຄ​ວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ຄວາມ​ສ່ຽງ​ແຫຼ່ງ​ສະ​ໜອງ​ພະ​ລັງ​ງານ​ທົ່ວ​ໂລກ​ຖືກ​ຂາດ​ວັກ​ຂາດ​ຕອນ. ໃນ​ວາ​ລະ​ທຸ​ລະ​ກຳ, ລາ​ຄາ​ນ້ຳ​ມັນ Brent ມີ​ຈຸດ​ເວ​ລາ​ເພີ່ມ​ຂຶ້​ນ 3,8% ຂຶ້ນກວ່າ 91 USD/ຖັງ, ເຊິ່ງ​ເປັນ​ລະ​ດັບ​ສູງ​ສຸດ​ນັບ​ແຕ່​ວັນ​ທີ 11 ມິ​ຖຸ​ນາ, ໃນ​ຂະ​ນະ​ທີ່​ລາ​ຄາ​ນຳ​ມັນ​ດິບ ອາ​ເມ​ລິ​ກາ (WTI) ເພີ່ມ​ຂຶ້ນ​ເກືອບ 85 USD/ຖັງ.

ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ສາຍ​ເຫດ​ຂອງ​ສະ​ພາບ​ລາ​ຄາ​​ຂຶ້​ນ​ສູງແມ່ນ​ຍ້ອນ ອາ​ເມ​ລິ​ກາ ສືບ​ຕໍ່​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​ແນ​ໃສ່ ອີ​ຣານ, ເຮັດ​ໃຫ້​ເພີ່ມ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ຄວາມ​ສ່ຽງ​ແຫຼ່ງ​ສະ​ໜອງ​ນ້ຳ​ມັນ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz ຖືກ​ຂາດ​ວັກ​ຂາດ​ຕອນ. ນີ້​ແມ່ນ​ເສັ້ນ​ທາງ​ຂົນ​ສົ່ງ​ຍຸດ​ທະ​ສາດ, ແຫ່ງ​ທີ່​ມີ 1/5 ​ປະ​ລິ​ມານ​ບໍ​ລິ​ໂພກ​ນ້ຳ​ມັນ​ທົ່​ວ​ໂລກ​ທີ່ໄດ້​ຂົນ​ສົ່ງ​ຜ່ານ​ທາງ​ທະ​ເລ.

ກ່ອນໜ້ານັ້ນ, ຕອນ​ຄ່ຳ​ວັນ​ທີ 19 ກໍ​ລະ​ກົດ, ອາ​ເມ​ລິ​ກາ ໄດ້​ປຸກ​ລະ​ດົມ​ການ​ບຸກ​ໂຈມ​ຕີໃໝ່​ແນ​ໃສ່​ ອີ​ຣານ, ເປັນ​ມື້​ທີ່ 9 ຢ່າງ​ລ້ຽນ​ຕິດ​ທີ່ ອາ​ເມ​ລິ​ກາ ດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ແນ​ໃສ່ ອີ​ຣານ, ພາຍ​ຫຼັງ​​ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ ເກີດ​ຂຶ້ນ​ຄືນ​ໃໝ່​ໃນ​ຕົ້ນ​ເດືອນ ກໍ​ລະ​ກົດ.