ລາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈ “ກັງຫັນລົມແດງ 2021” (ພາບ: nhandan.vn)

ນີ້ແມ່ນໜຶ່ງໃນສອງ ລາຍການບໍລິຈາກເລືອດທີ່ມີຂອບຂະໜາດໃຫຍ່ທີ່ສຸດຂອງສະມະຄົມຊາວໜຸ່ມຂົນຂວາຍບໍລິຈາກເລືອດ ຮ່າໂນ້ຍ (ສະມາຄົມ 15/10) ສົມທົບກັບ ສະຖາບັນເລືອດສາດ - ສົ່ງເລືອດສູນກາງ ຈັດຕັ້ງຂຶ້ນ.

ປີນີ້ແມ່ນປີທີ 9 ທີ່ລາຍການ ກັງຫັນລົມແດງ ຖືກຈັດຂຶ້ນດ້ວຍສານທີ່ວ່າ “ວາວຊວນລົມ - ກັງຫັນລົມປິ່ນ - ມອບຄວາມຮັກໃຫ້ກັນ - ເຕີມເຕັມຄວາມຜາສຸກ” ດ້ວຍຄວາມໝັ້ນໝາຍວ່າ ຈະນຳມາເຊິ່ງສິ່ງທີ່ໃໝ່ອ່ຽມຫຼາຍຢ່າງ. ລາຍການດັ່ງກ່າວ ຖືກຈັດຂຶ້ນໃນເດືອນ ກັນຍາ ແລະ ຕຸລາ ຂອງທຸກໆປີ ດ້ວຍການເຂົ້າຮ່ວມຂອງຜູ້ອາສາສະໝັກກວ່າ 300 ຫາ 500 ຄົນ ຢູ່ ມະຫາວິທະຍາໄລແຫ່ງຕ່າງໆໃນບໍລິເວນ ຮ່າໂນ້ຍ.

ຄາດວ່າ ລາຍການດັ່ງກ່າວ ຈະໄດ້ຮັບການບໍລິຈາກເລືອດກວ່າ 1000 ຖົງ ເພື່ອຊ່ວຍເຫຼືອຄົນເຈັບຜູ້ທີ່ພວມຕ້ອງການເລືອດ.

ທູຮັ່ງ.