ເພື່ອຂ່ຳນັບຮັບຕ້ອນເຫດການສະເຫຼີມສະຫຼອງ 81 ປີແຫ່ງວັນການປະຕິວັດເດືອນສິງຫາປະສົບຜົນສຳເລັດ ແລະ ວັນຊາດທີ 2 ກັນຍາ, ຕອນຄ່ຳວັນທີ 30 ສິງຫາ, ຢູ່ໂຮງລະຄອນໂຮ່ເກືອມ (ຮ່າໂນ້ຍ), ກະຊວງຕຳຫຼວດໄດ້ປະສານສົມທົບກັບວາລະສານກອມມູນິດ ຈັດຕັ້ງລາຍການສະແດງສິລະປະການເມືອງ “ດວງກາວເອກະລາດ” ປີ 2026. ທ່ານ ຈິ້ງວັນກວຽດ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ທ່ານເລືອງຕາມກວາງ ລັດຖະມົນຕີກະຊວງຕຳຫຼວດ, ທ່ານ ເລຮ່ວາຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມລາຍການ.
ໂດຍໄດ້ຈັດຂຶ້ນປະຈຳປີແຕ່ປີ 2016, ດວງດາວເອກະລາດກາຍເປັນລາຍການສະແດງສິລະປະການເມືອງເຂັ້ມຂຸ້ນໄປດ້ວຍຂີດໝາຍ, ໂດຍນັກປະຕິວັດຜູ້ອາວຸໂສ, ນັກຮຽນຮູ້, ປັນຍາຊົນ, ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນທຸກຊັ້ນຄົນລໍຄອຍຕ້ອນຮັບເມື່ອເດືອນສິງຫາວຽນມາ.
ດ້ວຍຫົວຂໍ້ “ແສງດວງດາວເອກະລາດ ຄວາມມຸ່ງຫວັງຫວຽດນາມ ເຂັ້ມແຂງ”, ລາຍການລວມມີ 3 ພາກ, ແມ່ນການປະສົມປະສານລະຫວ່າງຄູນຄ່າສັກກະລະບູຊາ, ອະມະຕະຂອງເອກະລາດ, ເສລີພາບດ້ວຍຄວາມຄາດຫວັງພັດທະນາວັດທະນາຖາວອນ, ສີວີໄລ, ມີຄວາມຜາສຸກຂອງຊາດ ຫວຽດນາມ ໃນສັງກາດໃໝ່; ວາດພາບຄືນວິວັດການ 81 ປີນັບແຕ່ເວລາລະດູໃບໄມ້ຫຼົ່ນເອກະລາດ, ເຊີດຊູບັນດາການເສຍສະຫຼະຊີວິດ, ການອະທິສ່ວນອັນຍິ່ງໃຫຍ່ຂອງຄົນລຸ້ນພໍ່ລຸ້ນອ້າຍທັງແມ່ນສັນຍາລັກຂອງອຸດົມການປະຕິວັດ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເປັນທຳ, ທັງເປັນແສງເຍືອງທາງທີ່ໄດ້ຫຼໍ່ຫຼອມຈາກປະຫວັດສາດ, ໄດ້ມອບສິດຜ່ານຫຼາຍລຸ້ນຄົນ ແລະ ພວມໄດ້ເຕົ້າໂຮມກາຍເປັນເຈດຈຳນົງ, ຄຸນນະທາດ, ປັນຍາຫວຽດນາມໃນວິວັດແຫ່ງການສ້າງສັນອະນາຄົດ.
