ຄະນະຊາວໜຸ່ມກອງທັບ ມອບຂອງຂວັນໃຫ້ແກ່ປະຊາຊົນ (ພາບ: tienphong) |
ລາຍການດັ່ງກ່າວ ໄດ້ມອບຂອງຂວັນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ຄົວຄອບໃກ້ຈະທຸກຍາກຂອງ ເມືອງ ເຮື໊ອງຮວ໊ງ, ເມືອງ ດາກຣົງ, ຢໍລິງ, ຫວິງລິງ ແຂວງງ ເຮື໊ອງຮວ໊າ. ກໍ່ສ້າງ ແລະ ສ້ອງແປງເຮືອນຢູ່ໃຫ້ແກ່ປະຊາຊົນ, ຄູອາຈານ ທີ່ຖືກເປເພພາຍຫຼັງໄພນ້ຳຖ້ວມ; ສ້າງເດີ່ນລະຫຼີ້ນໃຫ້ແກ່ເດັກອະນຸຊົນ, ມອບໂຕະຕັ່ງນັກຮຽນ, ເຄື່ອງຄອມພິວເຕີ, ເຄື່ອງກັ່ນຕ່ອງນ້ຳໃຫ້ແກ່ ອາຈານ ແລະ ນັກຮຽນ ກວ່າ 130 ຊຸດ.
ນອກຈາກນັ້ນ ຍັງມອບລົດຖີບໃຫ້ແກ່ນັກຮຽນ ແລະ ປື້ມເງິນຝາກປະຢັດ 42 ຫົວໃຫ້ແກ່ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວເປົ້າໝາຍນະໂຍບາຍ ແລະ ນັກຮຽນ ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

