ລາຍການ “ຫວຽດນາມ ອົງອາດກ້າແກ່ນ” ຮ່ວມແຮງຮ່ວມໃຈເພື່ອປະຊາຊົນ ຫວຽດນາມ ທີ່ຖືກຜົນສະທ້ອນຈາກພາຍຸ Yagi (ພາບ: ຄະນະຈັດຕັ້ງ) |
ດ້ວຍຫົວຂໍ້ “ຫວຽດນາມ ອົງອາດກ້າແກ່ນ”, ລາຍການຢາກແບ່ງປັນກັບປະຊາຊົນທີ່ຖືກຜົນສະທ້ອນຢ່າງຫນັກຫນ່ວງຍ້ອນພາຍຸ Yagi ແລະ ລະດົມບັນດາຜູ້ໃຈບຸນໃຈກຸສົນຊື່ງແມ່ນລູກຫຼານດິນແດນ ຫວຽດນາມ ພ້ອມກັນຫນູນຊ່ວຍປະຊາຊົນແກ້ໄຂຜົນຕາມມາຈາກພາຍຸນ້ຳຖ້ວມ. ນັກຂ່າວ ຫງວຽນວັນບິ່ງ, ຮອງຜູ້ອຳນວຍການ ໂທລະພາບ ດິຈີຕອນ VTC ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າ ສ້າງລາຍການທີ່ມີປັດໄຈສິລະປະກວ່າ, ມີຂອບຂະຫນາດໃຫຍ່ກວ່າ, ຮູບການໃຫຍ່ກວ່າ, ສ້າງຄວາມຮູ້ສຶກພິເສດ, ຄວາມເອົາໃຈໃສ່ຂອງ ຊາວຫວຽດນາມຢູ່ ພາຍໃນ ແລະຕ່າງປະເທດ ທີ່ມີຕໍ່ ປະຊາຊົນທີ່ຖືກຜົນສະທ້ອນຈາກພາຍຸ Yagi. ດ້ວຍການສະຫນັບສະຫນູນ ດ້ານວັດຖຸ, ພວກຂ້າພະເຈົ້າສົ່ງເຖິງ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ສົ່ງເຖິງບັນດາທ້ອງຖິ່ນເພື່ອຫນູນຊ່ວຍໃຫ້ແກ່ຜູ້ພວມປະສົບກັບຄວາມຫຍຸ້ງຍາກ ຍ້ອນຜົນກະທົບຢ່າງຫນັກຈາກພາຍຸ”
ລາຍການ ຈະໄດ້ຖ່າຍທອດສົດທາງໂທລະພາບຜ່ານຊ່ອງ VOVTV, VTC1, VTC3; ຜ່ານສື່ເອເລັກໂຕນິກ VTC Now, VTC News, ຮ່າໂນ້ຍໃຫມ່ ແລະ ຊ່ອງ YouTube ຄວາມເອກອ້າງທະນົງໃຈ ຫວຽດນາມ ແລະ ກວ່າ 30 ວິທະຍຸໂທລະພາບໃນທົ່ວປະເທດ.

