ໃນລະຫວ່າງວັນທີ 24 – 30 ສິງຫາ, ໂຮງລະຄອນ ຫວຽດນາມ ໄດ້ປະຕິບັດງານຢູ່ລາຊະອານາຈັກ ໄທ ແລະ ລາວ ດ້ວຍລາຍການສະແດງສິລະປະ “ລຸງໂຮ່ - ຄວາມຮັກມະຫາສານ”. ນີ້ແມ່ນກິດຈະກຳເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ໄທ (6/8/1976 - 6/8/2026); ມຸ່ງໄປເຖິງການສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ ຫວຽດນາມ (2/9/1945 - 2/9/2026). ລາຍການປະກອບດ້ວຍບັນດາບົດເພງຍ້ອງຍໍສັນລະເສີນພັກ, ປະທານໂຮ່ຈີມິນ, ບ້ານເກີດເມືອງນອນ, ປະເທດຊາດ ແລະ ຊາວຫວຽດນາມ.
ຢູ່ໄທ, ໂຮງລະຄອນ ຫວຽດນາມ ຈະມີລາຍການສະແດງຂ່ຳນັບຮັບຕ້ອນຢູ່ມະຫາວິທະຍາໄລລາຊະພັດ ອຸດອນທານີ ໃນວັນທີ 28 ສິງຫາ ແລະ ເຂົ້າຮ່ວມບັນດາກິດຈະກຳຢູ່ນອກ, ຄື: ພິທີໄຂວັນບຸນວັດທະນະທຳ ຫວຽດນາມ - ໄທ, ພິທີເປີດນຳໃຊ້ປ້າຍຫໍສະມຸດຫວຽດນາມ ແລະ ບັນດາກິດຈະກຳທີ່ມີຄວາມໝາຍອື່ນໆອີກ. ຢູ່ລາວ, ໂຮງລະຄອນ ຫວຽດນາມ ຈະຈັດຕັ້ງລາຍການສະແດງສິລະປະຮັບໃຊ້ປະຊາຄົມ ຊາວຫວຽດນາມອາໄສຢູ່ລາວ ແລະ ມະຫາຊົນລາວໃນຄືນໜຶ່ງ.
