ລາຍການສະແດງສິລະປະພິເສດ “ລະດູບານໃໝ່ຢູ່ເຈື່ອງຊາ” (ພາບ: TTXVN) |
ລາຍການສະແດງສິລະປະພິເສດ “ລະດູບານໃໝ່ຢູ່ເຈື່ອງຊາ” ໄດ້ດຶງດູດນັກຮ້ອງ, ນັກສິລະປິນຜູ້ໂດ່ງດັງຫຼາຍຄົນເຂົ້າຮ່ວມ ແລະ ມອບສຽງເພງທີ່ສະຫງ່າອົງອາດ ດ້ວຍຄວາມຮັກຊາດ, ຮັກບ້ານເກີດເມືອງນອນມາໃຫ້ຜູ້ຊົມ.
ເຂົ້າຮ່ວມລາຍການດັ່ງກ່າວ, ເພື່ອນ ຫງວຽນບ໊າຂາຍ, ນັກສຶກສາ ສະຖາບັນສື່ມວນຊົນ ແລະ ໂຄສະນາ ແບ່ງປັນວ່າ:
“ນ້ອງຍັງບໍ່ທັນມີໂອກາດໄດ້ໄປຢາມເຈື່ອງຊາ ຈັກເທື່ອ. ເລື່ອງໄດ້ໄປຢາມ ເຈື່ອງຊາ ແມ່ນຄວາມຝັນຂອງນ້ອງ. ນ້ອງຮູ້ສຶກເຄົາລົບນັບຖືນ້ຳໃຈທີ່ອົງອາດກ້າຫານຂອງບັນດາທະຫານເຮືອຢູ່ເຈື່ອງຊາ. ຍາມໃດນ້ອງກໍຫວັງວ່າ ໃນໄລຍະຈະມາເຖິງ ຈະມີໂອກາດໄປມາຢາມເຈື່ອງຊາ”.

