ລາຍ​ກາ​ນ​ມີຈຸດ​ຖ່າຍ​ທອດ​ສົດ​ຢູ່​ສະ​ໜາມຫຼວງ ໂທ້ງ​ເຍິດ (ຕາ​ແສງ​ເບັ້ນ​ແທັງ), ເຊື່ອມ​ຕໍ່​ໂດຍ​ກົງ​ກັບ ເຂດໃຈ​ກາງ​ນະ​ຄອນໃໝ່ (ຕາ​ແສງບິ່ງ​ເຢືອງ), ສະ​ໜາມຫຼວງ ທາບຕາມ​ທັ້ງ (ຕາ​ແສງຫວູງ​ເຕົາ), ເຂດ​ພິ​ເສດ ດົນ​ດາວ, ທ່າ​ກຳ​ປັ່ນ​ກອງ​ທັບ ກາມ​ແຣງ (ທະ​ຫານ​ເຮືອ​ເຂດ 4), ພ້ອມ​ທັງ​ຖ່າຍພ​າບ​ຢູ່​ສະ​ໜາມຫຼວງ ບາ​ດິ່ງ - ສຸ​ສານ​ປະ​ທານ​ໂຮ່​ຈີ​ມິນ (ຮ່າ​ໂນ້ຍ) ແລະ ເຂດ​ມໍ​ລະ​ດົກ​ປະ​ຫວັດ​ສາດ ກິມ​ລຽນ (ເງະ​ອານ). ລາຍ​ການ​ໄດ້​ຮັບ​ການ​ຈັດຂຶ້ນ​ຢ່າງ​ພິ​ຖີ​ພິ​ຖັນ​ດ້ວຍ​ສາມ​ພ​າກ​ລວມ​ມີ: ນະ​ຄອນ​ຂອງ​ຄວາມ​ມຸ່ງ​ຫວັງ​ເປັນ​ເອ​ກະ​ພາບ, ນະ​ຄອນ​ຂອງ​ຄວາມ​ມຸ່ງ​ຫວັງ​ບືນ​ຕົວ​ຂຶ້ນ ແລະ ນະ​ຄອນ​ໃນ​ສັງ​ກາດ​ໃໝ່ເຊິ່ງ ວາດ​ພາບ​ວິ​ວັດ​ການ​ປະ​ຫວັດ​ສາດ​ຂອງ ນະ​ຄອນ​ໂຮ່​ຈີ​ມິນ ນັນ​ແຕ່​ເວ​ລາ​ປະ​ເທດ​ຊາດໄດ້​ຮັບ​ການ​ທ້ອນ​ໂຮມ​ເປັນ​ເອ​ກະ​ພາບຕະຫຼອດ​ຮອດ​ໄລ​ຍະ​ປ່ຽນ​ແປງ​ໃໝ່, ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ.