ລາຍການສະແດງສິລະປະ “ພູຫຼວງຕາເວັນອອກ ເອີ້ນພູຫຼວງຕາເວັນຕົກ” ດ້ວຍຫົວຂໍ້ “ທ້ອງຟ້າ ແລະ ຂຸມລະເບີດ” (ພາບ: VOV)

ລາຍການດັ່ງກ່າວໄດ້ວາດພາບຄືນຊຸມວັນເດືອນປີທີ່ພິລະອາດຫານ, ຂຸດພູຫຼວງ ໄປກູ້ຊາດຂອງຊາວໜຸ່ມ ຫວຽດນາມ ແລະ ທະຫານ ພູຫຼວງ, ຍ້ອງຍໍສັນລະເສີນນ້ຳໃຈຮັກບ້ານເກີດເມືອງນອນປະເທດຊາດ, ການເສຍສະຫຼະ ແລະ ຄວາມເຊື່ອໝັ້ນຕໍ່ໄຊະນະຂອງລຸ້ນຕ່າງໆ. ທ່ານ ຫງວຽນເລິມແທັງ, ຫົວໜ້າສູນໂທລະພາບ ຫວຽດນາມ ພາກກາງ - ໄຕງວຽນ ແບ່ງປັນວ່າ:

“ປີນີ້, ພວກຂ້າພະເຈົ້າໄດ້ສະຫງວນເວລາທັງໝົດ 90 ນາທີຂອງລາຍການ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ຊາວໜຸ່ມຕະລຸມບອນ, ຜູ້ທີ່ພ້ອມເດີນຕາມຄວາມຮຽກຮ້ອງຂອງຊາດ ແລະ ມີການປະກອບສ່ວນຢ່າງງຽບໆແຕ່ມີຄວາມສຳຄັນຍິ່ງ ເພື່ອນຳມາເຊິ່ງໄຊຊະນະຂອງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ”.

ໃນລາຍການ, ຄະນະຈັດຕັ້ງ ກໍໄດ້ມອບຂອງຂວັນ 90 ພູດ ໃຫ້ແກ່ອະດີດຊາວໜຸ່ມຕະລຸມບອນ, ນັກຮົບເກົ່າທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ.