(ພາບ: TTXVN)
ຕອນຄ່ຳວັນທີ 01 ພະຈິກ, ຢູ່ສະໜາມກິລາແຂວງ ທາຍງວຽນ, ຄະນະໂຄສະນາສຶກສາສູນກາງ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ທາຍງວຽນ ຈັດງານຄອນເສີດແຫ່ງຊາດ “ເຊື່ອມຕໍ່ອ້ອມແຂນໃຫ້ກວ້າງໃຫຍ່”. ເຫດການໄດ້ດຶງດູດຜູ້ຊົມເຂົ້າຮ່ວມປະມານ 25.000 ຄົນ.
ລາຍການໂດຍມີການເຂົ້າຮ່ວມຂອງນັກສິລະປິນທີ່ມີຊື່ສຽງຫຼາຍຄົນ, ສົມທົບກັບຫຼາຍຮູບແບບສິລະປະ, ສ້າງເປັນການສະແດງທີ່ເຕັມໄປດ້ວຍອາລົມຈິດ, ແຜ່ກະຈາຍຄວາມເອກອ້າງທະນົງໃຈຂອງຊາດ ແລະ ນ້ຳໃຈສາມັກຄີ.
ທີ່ລາຍການ, ຜູ້ຊົມໄດ້ຮັບຟັງບັນດາບົດເພງທີ່ຄຸ້ນເຄີຍ, ຄື: ເຊື່ອມຕໍ່ອ້ອມແຂນໃຫ້ກວ້າງໃຫຍ່, ບ້ານຂອງຂ້ອຍ, ບົດເພງກ່ຽວກັບປະທານ ໂຮ່ຈິມິນ, ສຽງດົນຕີຂອງປ່າໄມ້... ຈຸດພົ້ນເດັ່ນແມ່ນແຫ່ທ້ວນໄຟມູນເຊື້ອປະຕິວັດຈາກເຂດປອດໄພ ດິ່ງຮວ່າ ຂອງບັນດານັກຮົບເກົ່າ, ມອບໃຫ້ຜູ້ຕາງໜ້າລຸ້ນໜຸ່ມເພື່ອຈູດໄຟຢູ່ສະໜາມກິລາ ທາຍງວຽນ.
