ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະກັບບັນດາຜູ້ແທນທີ່ເຂົ້າຮ່ວມລາຍການ |
ເຂົ້າຮ່ວມລາຍການ ມີທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບີງ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທີ້ງ. ກ່າວຄຳເຫັນໄຂ ລາຍພົບປະແລກປ່ຽນ “ ສະແດງຄວາມບຸນຄຸນຕໍ່ເພື່ອນຮ່ວມກົມກອງ ”, ທ່ານພົນໂທ ຫງວຽນວັນເດືອກ ປະທານ ສູນກາງສະມາຄົມນັກຮົບເກົ່າຫວຽດນາມ ເນັ້ນໜັກວ່າ :
“ ໃນຫຼາຍປີທີ່ຜ່ານມາ, ສະຫະສະມາຄົມນັກທຸລະກິດທີ່ເປັນນັກຮົບເກົ່າຫວຽດນາມ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນ “ ສະແດງຄວາມບຸນຄຸນຕໍ່ເພື່ອນຮ່ວມກົມກອງ ” ຢ່າງຕໍ່ເນື່ອງ, ອັນໄດ້ສ້າງຂີດໝາຍຈະແຈ້ງ ແລະ ການແຜ່ກະຈ່າຍຢ່າງກ້ວາງຂວາງ ແລະ ເລິກເຊິ່ງໃນຊີວິດສົງຄົມ. ພ້ອມກັນນັ້ນ, ນີ້ກໍແມ່ນໂອກາດເພື່ອຍ້ອງຍໍຊົມເຊີຍ ແລະ ເຊີດຊູບັນດານັກທຸລະກິດທີ່ເປັນນັກຮົບເກົ່າຫວຽດນາມຊຶ່ງມີການເຄື່ອນໄຫວດີເດັ່ນ, ມີການປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນວຽກງານຕອບບຸນແທນຄຸນຕໍ່ທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຮູ້ບຸນຄຸນຕໍ່ເພື່ອນຮ່ວມກົມກອງ, ປະກອບສ່ວນເຮັດວຽກງານກຸສົນສັງຄົມເປັນຢ່າງດີ ”.

