ວັນທີ 05 ພຶດສະພາ, ລັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ ຄົບຮອບ 81 ປີ, ດ້ວຍເຫດການຈຸດສຸມແມ່ນພິທີສວນສະໜາມຢູ່ຈະຕຸລັດແດງ, ນະຄອນຫຼວງ ມົດສະກູ. ພິທີສວນສະໜາມປີນີ້ບໍ່ມີການສະແດງກຳລັງອາວຸດຍຸດທະພັນການທະຫານຢູ່ໜ້າດິນ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ພ້ອມດ້ວຍບັນດານັກຮົບເກົ່າ, ແຂກຖືກເຊີນ ແລະ ການນຳຕ່າງປະເທດ ໄດ້ຕິດຕາມພິທີສວນສະໜາມດັ່ງກ່າວຢູ່ຈະຕຸລັດແດງ. ພິທີເດີນສວນສະໜາມວັນໄຊຊະນະແມ່ນໜຶ່ງໃນບັນດາເຫດການສຳຄັນທີ່ສຸດຢູ່ ລັດເຊຍ ແນໃສ່ຫວນຄືນໄຊຊະນະຂອງໂຊຫວຽດເກົ່າ ຕໍ່ ຟາດຊິດ ເຢຍລະມັນ ໃນສັງຄາມໂລກຄັ້ງທີ 2.
ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນໄຊຊະນກໍໄດ້ດຳເນີນໃນທົ່ວໂລກນັບແຕ່ ອາເມລິກາ, ເອີຣົບ ຕະຫຼອດຮອດ ອາຊີ, ອາຟະລິກາ, ຕາເວັນອອກກາງ.
