ວັນ​ທີ 20 ພຶດ​ສະ​ພາ, ທ່ານ Vladimir Putin ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ພັນ ລັດ​ເຊຍ ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ. ໃນ​ການ​ຢ້ຽມ​ຢາມຈີນ​ເປັນ​ສອງ​ວັນ (19 – 20 ພຶດ​ສະ​ພາ) ຂອງ​ທ່ານ Vladimir Putin ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ, ການ​ນຳ​ສອງ​ປະ​ເທດ​ໄດ້​ເປັນ​ເອ​ກະ​ພາບ​ຕໍ່​ກຳ​ນົດ​ເວ​ລາ​ສົນ​ທິ​ສັນ​ຍາ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ທີ່​ເປັນ​ມິດ ລະ​ຫວ່າງ ຈີນ - ລັດ​ເຊຍ.

ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ໄດ້​ຢັ້ງ​ຢືນ​ວ່າ​ການ​ພົວ​ພັນ ຈີນ - ລັດ​ເຊຍ​ພວມ​ຢູ່​ໃນ​ລະ​ດັບ​ສູງ​ໃນ​ປະ​ຫວັດ​ສາດ ແລະ ກາຍ​ເປັນ​ຕົວ​ແບບ​ໃໝ່​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ສະ​ພາບ​ການ​ໂລກ​ທີ່​ຄາດ​ຄະ​ເນ​ໄດ້​ຍາກ. ການ​ນຳ​ຈີນ ເນັ້ນ​ໜັກ​ວ່າ ສອງ​ປະ​ເທດ​ສືບ​ຕໍ່​ຮັກ​ສາຫຼັກ​ການ​ບໍ່​ຮ່ວມ​ສຳ​ພັນ, ບໍ່​ສູ້​ຢັນ​ກັນ ແລະ ບໍ່​ເລັ່ງ​ໃສ່​ຝ່າຍ​ທີ​ສາມ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ຍຸດ​ທະ​ສາດ​ໃນ​ບັນ​ດາ​ບັນ​ຫາ​ສາ​ກົນ.

ສ່ວນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ເນັ້ນ​ໜັກ​ວ່າ ການ​ພົວ​ພັນ ລັດ​ເຊຍ - ຈີນ ໄດ້​ບັນ​ລຸ​ລະ​ດັບ ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ; ນຳ​ມາ​ເຊິ່ງ​ລັກ​ສະ​ນະ​ເປັນ​ເຈົ້າ​ຕົນ​ເອງ ແລະ ບໍ່​​ຂຶ້ນ​ກັບ​ບັນ​ດາ​ການ​ຜັນ​ແປ​ສາ​ກົນ. ສອງ​ຝ່າຍ​ໄດ້​ລົງ​ນາມ​ເອ​ກະ​ສານ​ ລະ​ຫວ່າງ​ລັດ​ຖະ​ບານ, ກະ​ຊວງ, ຂະ​ແໜງການ ແລະ ວິ​ສາ​ຫະ​ກິດ ປະ​ມານ 40 ສະ​ບັບ ​ເພື່ອ​ແນ​ໃສ່​ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລຢີ​ສູງ.