ກອງ​ປະ​ຊຸມ​ສຸດຍອດ ລັດ​ເຊຍ - ອາບ​ຟຼິກ​ກາ ຄັ້ງທີ 3 ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 29 ຕຸ​ລາ ຢູ່ນ​ະ​ຄອນຫຼວງ ມົດ​ສະ​ກູ, ສະ​ຫະ​ພັນ ລັດ​ເຊຍ, ດ້ວຍ​ການ​ຮັບ​ຮ​ອງ​ເອົາ​ເອ​ກະ​ສານ​ສຳ​ຄັນ​ສາມ​ສະ​ບັບ, ໃນ​ນັ້ນ ແຜນ​ການກະ​ທຳ​ຂອງ​ເວ​ທີ​ປາ​ໄສ​ຄູ່​ຮ່ວມ​ມື ລັດ​ເຊຍ - ອາບ​ຟຼິກ​ກາ ໄລ​ຍະ 2027 – 2029 ໄດ້ຮັບການກຳນົດແມ່ນ​ຂອບ​ເຂດ​ການ​ຜັ​ນ​ຂະ​ຫຍາ​ຍ​ຮ່ວມ​ມື​ໃນ​ສາມ​ປີ​ຈະ​ມາ​ເຖິງ.

ກອງ​ປະ​ຊຸມ​ໂດຍມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ປະ​ມານ 50 ປະ​ເທດ​ ອາບ​ຟ​ຼິກ​ກາ, ລວມ​ມີ ​ບັນ​ດາ​ປະ​ມຸກ​ລັດ, ຜູ້​ນຳ​ລັດ​ຖະ​ບານ ແລະ ການ​ນຳ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ເຊື່ອມ​ໂຍງ​ພາກ​ພື້ນຂອງທະ​ວີບ. ບັນ​ດາ​ຝ່າຍ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການກອງ​ປະ​ຊຸ​ມ​ສຸດຍອດ ລັດ​ເຊຍ - ອາບ​ຟຼິກ​ກາ ​ຄັ້ງທີ 3, ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນການໝູນໃຊ້​ພົນ​ລະ​ເຮືອນເຕັກ​ໂນ​ໂລ​ຢີ​ປັນ​ຍາ​ປະ​ດິດ ແລະ ແຜນ​ການ​ກະ​ທຳ​ຂອງ​ເວ​ທີ​ປາ​ໄສ​ຄູ່​ຮ່ວມ​ມື​ ລັດ​ເຊຍ - ອາບ​ຟ​ຼິກ​ກາ ໄລ​ຍະ 2027 – 2029. ເສດ​ຖະ​ກິດ​ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ຈຸດ​ສຸມ​ທີ່ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື​ຢູ່ກອງ​ປະ​ຊຸມ. ທ່ານ​ Vladimir Putin ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ໃຫ້​ຮູ້​ວ່າ ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ ລັດ​ເຊຍ ແລະ ບັນ​ດາ​ປະ​ເທດ ອາບ​ຟຼິກ​ກາ ໃນ​ປີ 2025 ລື່ນຕົວ​ເລກ 27 ຕື້ USD, ເພີ່ມ​ຂຶ້ນ​ປະ​ມານ 1,5 ເທົ່າ​ເມື່ອ​ທຽບ​ໃສ່​ກັ​ບ​​ຈ​ຸດເວ​ລາ​ດຳ​ເນີນກອງ​ປະ​ຊຸມ​ໃນ​ປີ 2023.