ວັນທີ 19 ຕຸລາ, ໃນການຢ້ຽມຢາມ ແລະ ເຮັດວຍກຢູ່ ອີຣານ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ພົບປະເຈລະຈາກັບທ່ານ Masoud Pezeshkian ປະທານາທິບໍດີ ອີຣານ, ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານ ແລະ ພົບປະກັບທ່ານ Mohammad Rezaei ເລຂາທິການສະພາຄວາມໝັ້ນຄົງແຫ່ງຊາດອີຣານ. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວກັບຜູ້ຮ່ວມຕຳແໜ່ງ ອີຣານ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າສອງຝ່າຍໄດ້ປຶກສາຫາລືບັນດາມາດຕະການເປີດກວ້າງການຮ່ວມມືທາງການຄ້າ, ເສດຖະກິດ ແລະ ການລົງທຶນ, ໃນນັ້ນມີການຜັນຂະຫຍາຍບັນດາໂຄງການລວມກ່ຽວກັບຄົມມະນາຄົມ, logistics ແລະ ພະລັງງານ. ລັດເຊຍສືບຕໍ່ຜັນຂະຫຍາຍບັນດາໂຄງການຮ່ວມມືກັບ ອີຣານ, ໃນນັ້ນມີໂຮງງານໄຟຟ້ານິວເຄຼຍ Bushehr ແລະ ເສັ້ນທາງລົດໄຟ Rasht – Astara ຂຶ້ນກັບແລວທາງຂົນສົ່ງສາກົນ ເໜືອ - ໃຕ້.
ກ່ຽວກັບສະພາບການສາກົນ, ສອງຝ່າຍເນັ້ນໜັກເຖິງຄວາມຈຳເປັນຕ້ອງປະສານສົມທົບກັນຢ່າງແໜ້ນແຟ້ນ ຕໍ່ສະພາບການຜັນແປຢູ່ພາກພື້ນຕາເວັນອອກກາງ, ເຂດອ່າວເປີເຊຍ, Kavkaz ໃຕ້ ແລະ ທະເລ Caspi. ລັດເຊຍ ຢັ້ງຢືນພ້ອມແລ້ວທີ່ຈະໜູນຊ່ວຍແກ້ໄຂສະພາບການທີ່ກ່ຽວຂ້ອງເຖິງ ອີຣານ.
