ວັນ​ທີ 18 ກັນ​ຍາ, ຜູ້​ມີ​ສິດ​ເລືອກ​ຕັ້ງ ລັດ​ເຊຍ ໄດ້​ເລີ່ມ​ໄປ​ປ່ອນ​ບັດ ເລືອກ​ຕັ້ງ​ສະ​ມາ​ຊິກ Duma ແຫ່ງ​ຊາດ (ສະ​ພາ​ຕ່ຳ) ຊຸດ​ທີ 9. ໂດຍໄດ້​ດຳ​ເນີນ​ແຕ່​ວັນ​ທີ 18-20 ກັນ​ຍາ, ການ​ເລືອກ​ຕັ້ງ​ທີ່​ມີ​ຂອບ​ຂະ​ໜາດ​ໃຫ່​ຍ​ຈາກ​ຂັ້ນ​ສະ​ພັນ​ຮອດ​​ຂັ້ນ​ທ້ອງ​ຖິ່ນ ຊື່ງ​ຖືກ​ຖື​ວ່າ​ແມ່ນ​ເຫດ​ການ​ການ​ເມືອງ​ສຳ​ຄັນ​ທີ່​ສຸດ​ຂອງ ລັດ​ເຊຍ ໃນ​ປີ 2026.

​ມີຜູ້​ແທນ​ສະ​ມາ​ຊິກ Duma ແຫ່ງ​ຊາດ ລັດ​ເຊຍ 450 ທ່ານ​ຈະ​ຖືກ​ເລືອກ​ຕັ້ງ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້. ໃນ​ຈຸດ​ເວ​ລາ​ດຽວ​ກັນ, ມີ​ກ່​ວາ 2200 ການ​ເລືອກ​ຕັ້ງ​ໃນ​ທ້ອງ​ຖິ່ນກໍ່​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ ລັດ​ເຊຍ. ຢູ່​ສະ​ຖານ​ທີ່​ເລືອກ​ຕັ້ງ​ເລກ​ທີ 2445 ທີ່​ແຂວງ Nizhny Novgorod, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ມີ​ໜ້າ​ນັບ​ແຕ່​ເຊົ້າ. ທ່ານ ນາງ Natalia Petrova,​ ເຮັດ​ວຽກ​ໃນ​ຂະ​ແໜງ​ການ​ສຶກ​ສາ ຫວັງ​ວ່າ, ຜູ້​ໄດ້​ຮັບ​ການ​ເລືອກ​ຕັ້ງ ຈະ​ມີ​ຄວາມ​ສາ​ມາດ ແລະ ບົດ​ຮຽນ​ປະ​ສົບ​ການ​ຢ່າງ​ພຽງ​ພໍ:

​ກ່ອນ​ອື່ນ​ໝົດ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ຕ້ອງ​ຄິດ​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ຊາດ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ບັນ​ດາ​ຜູ້​ມີ​ຄວາມ​ສາ​ມາດ, ມີ​ຄວາມ​ຮູ້​ດ້ານ​ວິ​ຊາ​ສະ​ເພາະ ແລະ ບົດ​ຮຽນ​ໃນ​ການ​ຄຸ​ມ​ຄອງ ຈະ​ໄດ້​ຮັບ​ການ​ຄັດ​ເລືອກ. ຂ້າ​ພະ​ເຈົ້າ​ລໍ​ຄອຍ​ບັນ​ດາ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ​ໃນ​ຂົງ​ເຂດ​ການ​ສຶກ​ສາ.