ໂຮງງານໄຟຟ້າ ນິວເຄຼຍ Zaporizhzhia (ພາບ: TTXVN)

ໃນວັນດຽວກັນ, ໃນອີກແຈ້ງການສະບັບໜຶ່ງ, ທຳນຽບປະທານາທິບໍດີ ຝລັ່ງ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Emmanuel Macron “ສະໜັບສະໜູນການຈັດສົ່ງຄະນະຜູ້ແທນລວມມີ ບັນດານັກຊ່ຽວຊານຂອງອົງການພະລັງງານປະລະມານູສາກົນ (IAEA) ໄປ ໂຮງງານໄຟຟ້ານິວເຄຼຍ Zaporizhzhia, ໂດຍໄດ້ຮັບຄວາມເຫັນດີຂອງ ຢູແກູນ ແລະ ສປຊ”. ຕາມແຈ້ງການສະບັບນີ້, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຈະສືບຕໍ່ແລກປ່ຽນກັບຄູ່ຕຳແໜ່ງລັດເຊຍ “ໃນຊຸມວັນຈະມາເຖິງກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງ ໂຮງງານໄຟຟ້ານິວເຄຼຍ Zaporizhzhia, ພາຍຫຼັງທີ່ບັນດາຝ່າຍປຶກສາຫາລືບັນດາບັນຫາດ້ານເຕັກນິກ ແລະ ກ່ອນທີ່ຈະຜັນຂະຫຍາຍຄະນະຜູ້ແທນຢ່າງເປັນທາງການ”.

Zaporizhzhia ແມ່ນ ໂຮງງານໄຟຟ້ານິວເຄຼຍໃຫຍ່ທີ່ສຸດຢູ່ ເອີຣົບ. ໂຮງງານນີ້ ຢູ່ພາຍໃຕ້ການຄວບຄຸມຂອງ ລັດເຊຍ ແຕ່ເດືອນ ມີນາ ຜ່ານມາ. ໃນຊຸມວັນມໍ່ໆມານີ້, ຢູ່ເຂດນີ້ ເກີດການບຸກໂຈມຕີທາງການທະຫານຫຼາຍຄັ້ງ. ປັດຈຸບັນ, ລັດເຊຍ ແລະ ຢູແກຼນ ພວມກ່າວຫາເຊິ່ງກັນແລະກັນວ່າ ໄດ້ບຸກໂຈມຕີໂຮງງານນີ້.