ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov (ພາບ: mid.ru)

ການຖະແຫຼງຂ່າວຂອງ ກະຊວງການຕ່າງປະເທດ ລັດເຊຍ ໄດ້ຊີ້ແຈ້ງວ່າ: “ສຳລັບແງ່ຫວັງກ່ຽວກັບວິວັດທະນາການເຈລະຈາ ລະຫວ່າງ ລັດເຊຍ - ຢູແກຼນ, ດ້ວຍທັດສະນະຫຼັກການທີ່ບໍ່ມີການປ່ຽນແປງ ເຊິ່ງ ລັດເຊຍ ໄດ້ຢືນຢັນມາແລ້ວວ່າ: ໝາກຜົນຂອງການເຈລະຈາ ທັງໝົດແມ່ນຂຶ້ນກັບຄວາມພ້ອມຂອງ Kiev ໃນການຄິດໄລ່ຊັ່ງຊາເຖິງຄຳຮຽກຮ້ອງຕ້ອງການອັນຊອບທຳຂອງພວກຂ້າພະເຈົ້າ”.

ນອກຈາກນັ້ນແລ້ວ, ລັດຖະມົນຕີ 2 ທ່ານ ກໍໄດ້ປຶກສາຫາລືກ່ຽວກັບບາດກ້າວເດີນລວມທີ່ມີຄວາມເປັນໄປໄດ້ລະຫວ່າງບັນດາກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດຂອງ ລັດເຊຍ ແລະ ຢູແກຼນ ເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ສາມັນຊົນຢູ່ ຢູແກຼນ, ນັບທັງຊາວຕ່າງປະເທດອີກດ້ວຍ.