ການທົດລອງລະບົບປ້ອງກັນອາກາດ S – 550 ໃນວັນທີ 20/7/2021 (ພາບ: TTXVN) |
ແຫຼ່ງຂ່າວດັ່ງກ່າວກໍໄດ້ພັນລະນາລະບົບໃໝ່ນີ້ວ່າ “ແມ່ນລະບົບປ້ອງກັນລູກສອນໄຟຍຸດທະສາດໃໝ່ ແລະ ມີໜຶ່ງດຽວ, ສາມາດບຸກໂຈມຕີຍານອາວະກາດ, ພາຫະນະຍິງລູກສອນໄຟນຳວິຖີ ແລະ ບັນດາເປົ້າໝາຍທີ່ມີຄວາມໄວກວ່າສຽງຢູ່ໃນລະດັບສູງນັບສິບພັນກິໂລແມັດ (ເມື່ອທຽບໃສ່ໜ້ານ້ຳທະເລ)”.
ລະບົບປ້ອງກັນອາກາດ S – 550 ໃໝ່ນີ້ ໄດ້ກາຍເປັນສ່ວນໜຶ່ງຂອງລະບົບລູກສອນໄຟ ແລະ ປ້ອງກັນອາກາດຢ່າງຮອບດ້ານຂອງ ລັດເຊຍ, ລວມທັງບັນດາລະບົບ Pantsir, ລະບົບ S – 350 ໄລຍະໄກ, ລະບົບ S-400 ແລະ S-500.

