ເຫດຍິງດັ່ງກ່າວໄດ້ດຳເນີນໃນວັນທີ 21 ມີນາ, ຈາກເຂດຍິງລູກສອນໄຟ Baikonur ຢູ່ Kazakhstan, ຕາມແຜນການທີ່ໄດ້ຮັບການລົງນາມໃນປີ 2018 ລະຫວ່າງກຸ່ມບໍລິສັດ Roscosmos ກັບ ບໍລິສັດ OneWeb ແລະ ບໍລິສັດ Arianespace ຂອງຝລັ່ງ.
ລັດເຊຍ ຍິງດາວທຽມ 34 ໜ່ວຍຂອງ OneWeb ຂຶ້ນວົງໂຄຈອນສຳເລັດ
(VOVWORLD) -ໃນວັນທີ 22 ມີນາ ກຸ່ມບໍລິສັດຈັກກະວານແຫ່ງຊາດ ລັດເຊຍ Roscosmos ໃຫ້ຮູ້ວ່າ ມີລູກສອນໄຟລູກໜຶ່ງຂອງລັດເຊຍໄດ້ນຳເອົາດາວທຽມສື່ສານ 34 ໜ່ວຍ ຂອງບໍລິສັດ OneWeb (ອັງກິດ) ຂຶ້ນວົງໂຄຈອນຢ່າງສຳເລັດຜົນ.
