ກ່ຳປັ່ນຂອງລັດເຊຍ ຢູ່ທະເລດຳ (ພາບ: AFP/TTXVN)

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Andrei Rudenko ຖືວ່າ ບໍ່ພຽງແຕ່ຮຽກຮ້ອງ ລັດເຊຍເທົ່ານັ້ນ ຫາກຍັງຕ້ອງຮັບຮູ້ສາຍເຫດທີ່ກໍ່ໃຫ້ເກີດວິກິດການດ້ານທັນຍາຫານໃນປັດຈຸບັນ ທັງໝົດອີກດ້ວຍ ແລະ ເປັນທີ່ຈະແຈ້ງແລ້ວວ່າ ບັນດາມາດຕະການລົງໂທດໂດຍ ອາເມລິກາ ແລະ ສະຫະພາບ ເອີລົບ ທີ່ຈັດວາງໃສ່ ລັດເຊຍ ໄດ້ແຊກແຊງເຂົ້າການຄ້າເສລີປົກກະຕິ, ລວມມີທັງບັນດາຜະລິດຕະພັນ ອາຫານ, ເຂົ້າບະເລ ແລະ ຝຸ່ນ.

ກ່ອນໜ້ານັ້ນໃນວັນທີ 18 ພຶດສະພາ, ທ່ານ David Beasley ຜູ້ອຳນວຍການຝ່າຍບໍລິຫານ ອົງການທັນຍາຫານ ໂລກ (WFP) ຂອງ ສປຊ ໄດ້ສະເໜີໃຫ້ ລັດເຊຍ ເປີດທ່າກ່ຳປັ່ນຢູ່ແຄມຝັ່ງທະເລດຳ ຂອງ ຢູແກຼນຄືນໃໝ່.