ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP/TTXVN)

ວັນທີ 25 ເມສາ, ຜູ້ຊ່ວຍວຽກຂອງທ່ານປະທານາທິບໍດີ ລັດເຊຍ Yuri Ushakov ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ອາດຈະພົບປະກັນໃນເດືອນ ມິຖຸນາ ຈະມາເຖິງ, ແຕ່ການຮັບຮອງເອົາຂໍ້ຕົກລົງສຸດທ້າຍນັ້ນ ແມ່ນຍັງຂຶ້ນກັບຫຼາຍປັດໄຈ.

ຕາມທ່ານ Yuri Ushakov ແລ້ວ, ປັດຈຸບັນ ຍັງບໍ່ທັນມີການຕົກລົງຢ່າງແນວແນ່ກ່ຽວກັບການພົບປະລະຫວ່າງການນຳ ລັດເຊຍ ແລະ ອາເມລິກາ. ເຖິງຢ່າງໃດກໍຕາມ, ທ່ານ Yuri Ushakov ຊີ້ແຈ້ງວ່າ ອາເມລິກາ ໄດ້ມີສັນຍານກ່ຽວກັບການຄາດຄະເນດຳເນີນການພົບປະດັ່ງກ່າວ.