ເມື່ອກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ ມົດສະກູ, ທ່ານ Dmitry Peskov ໃຫ້ຮູ້ວ່າ ການພົບປະລະຫວ່າງການນຳສອງປະເທດ ຖ້າໄດ້ດຳເນີນຢູ່ນອກ ມົດສະກູ ກໍ່ພຽງແຕ່ມີຄວາມໝາຍໃນການເຮັດສຳເລັດວິວັດທະນາການແກ້ໄຂການປະທະກັນ, ໃນຂະນະທີ່ “ຍັງຄົງມີຫຼາຍວຽກງານຕ້ອງເຮັດ” ເພື່ອສຳເລັດເປົ້າໝາຍດັ່ງກ່າວ.
ໄປຄຽງຄູ່ກັນນັ້ນ, ໂຄສົກວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Putin ຢັ້ງຢືນວ່າ ມົດສະກູ ຍັງຄົງຊັ່ງຊາບັນດາຊ່ອງທາງຕິດຕໍ່ທີ່ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ ແລະ ຊົມເຊີຍບັນດາຄວາມມານະພະຍາຍາມເປັນກາງໄກ່ເກ່ຍຂອງ ອາເມລິກາ.
ນອກຈາກນັ້ນ, ທ່ານ Dmitry Peskov ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Putin ໄດ້ເຕື້ອງເຖິງບາງວຽກງານທີ່ປະຕິບັດຕາມຂອບເຂດສາມຝ່າຍ, ພ້ອມທັງສະແດງຄວາມປາດຖະໜາຢາກໃຫ້ ອາເມລິກາ ສືບຕໍ່ສວມບົດບາດເປັນກາງໄກ່ເກ່ຍໃນວິວັດທະນາການນີ້.
