ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກ່າວຄຳເຫັນທີ່ກອງປະຊຸມປ້ອງກັນຊາດຢູ່ມົດສະກູ (ພາບ: AFP/TTXVN)
|
ໄປຄຽງຄູ່ກັນນັ້ນ, ທ່ານ Putin ກໍ່ເນັ້ນໜັກເຖິງການເພີ່ມທະວີບັນດາການກະທຳເປັນປໍລະປັກ ທີ່ຈະພາໄປເຖິງຄວາມເສຍຫາຍໄຮ້ເຫດຜົນ. ທຸກການປະທະກັນທາງອາວຸດລ້ວນແຕ່ສິ້ນສຸດລົງ ໂດຍຜ່ານຮູບການເຈລະຈາທາງການທູດ. ເຖິງວ່າຈະໄວຫຼື ຊ້າ, ບັນດາຝ່າຍປະທະກັນກໍ່ຈະມານັ່ງນຳກັນ ແລະ ບັນລຸໄດ້ຂໍ້ຕົກລົງ.
ວັນທີ 21 ທັນວາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskyໄດ້ດຳເນີນການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ ເພື່ອແນໃສ່ຢັ້ງຢືນຄືນການສະໜັບສະໜູນ Kiev ຂອງ ວໍຊິງຕັນ, ກໍ່ຄືສະແດງໃຫ້ເຫັນຄວາມສຳຄັນຂອງທ່ານປະທານາທິບໍດີ Joe Biden ໃນຄວາມມານະພະຍາຍາມຟື້ນຟູສຳພັນທະມິດຝ່າຍຕາເວັນຕົກ ເພື່ອຮັບມືກັບບັ້ນຮົບທະຫານພິເສດຂອງ ມົດສະກູ.

