ໃນ​ສະ​ພາບ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ຍັງ​ບໍ່​ທັນ​ມີ​ສັນ​ຍານຫຼຸດ​ລົງ, ສະ​ຫະ​ພັນ ລັດ​ເຊຍ ໄດ້​ຢັ້ງ​ຢືນ​ຄືນ​ໃໝ່ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ: ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຈ​ລະ​ຈາ​ທີ່​ນຳ​ມາ​ເຊິ່ງ​ໝາກ​ຜົນ​ທີ່​ແທດ​ຈິງ, ມຸ່ງ​ໄປ​ເຖິງ​ມາດ​ຕະ​ການ​ຍືນ​ຍົງ​ຍາວ​ນານ, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ແກ້​ໄຂ​ກົກ​ສາຍ​ປາຍ​ເຫດ​ຂອງ​ການ​ປະ​ທະ​ກັນ.

ວັນ​ທີ 6 ພຶດ​ສະ​ພາ, ໂດຍ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ, ທ່ານ​ນາງ Maria Zakharova ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ຢັ້ງ​ຢືນ​ວ່າ ລັດ​ເຊຍ​ຍາມ​ໃດ​ກໍ່​ຍັງ​ເປີດ ວິ​ວັດ​ການ​ເຈ​ລະ​ຈາ ແລະ ບັນ​ດາ​ຊ່ອງ​ທາງ​ພົບ​ປະ​ກັບ​ຢູ​ແກຼນ, ດ້ວຍ​ເງື່ອນ​ໄຂ​ບັນ​ດາ​ການ​ໂອ້​ລົມ​ສົນ​ທະ​ນາ​ຕ້ອງ​ມີ​ລັກ​ສະ​ນະ​​ແທ້​ຈິງ. ຕາມ​ທ່ານ​ນາງ Maria Zakharova ແລ້ວ, ລັດ​ເຊຍ​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ບັນ​ດາ​ການ​ເໜີ​ກ່ຽວ​ກັບ​ສັນ​ຕິ​ພາບ​ໂດຍ ອາ​ເມ​ລິ​ກາ ຍົກ​ອອກ​ມາ ແຕ່​ຍັງ​ມີ​ຄວາມ​ສົງ​ໄສ​ຕໍ່​ເຈດ​ຈະ​ນາ​ດີ​ການ​ເຈ​ລະ​ຈາ​ຂອງ​ອຳ​ນາດການ​ປົກ​ຄອງ ຢູ​ແກຼນ. ແລະ​ກໍ່​ໃນ​ວັນ​ທີ 6 ພຶດ​ສະ​ພາ, ທ່ານ Rodion Miroshnik ຜູ້​ຕາງ​ໜ້າ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ໄດ້​ຢັ້ງ​ຢືນ​ວ່າ ລັດ​ເຊຍ​ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ, ແຕ່​ການ​ເປີດ​ປະ​ຕູ​ເຈ​ລະ​ຈາ​ບໍ່​ຍົກ​ເວັ້ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຢູ​ແກຼນ ຕໍ່​ບັນ​ດາ​ການ​ກະ​ທຳ​ທີ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ລະ​ເມີດ​ນັບ​ທັງດ້ານ​ການ​ທະ​ຫານ​ທັງ​ດ້ານ​​ນິ​ຕິ​ກຳ.