ໂດຍ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ໃນ​ວັນ​ທີ 21 ມິ​ຖຸ​ນາ, ທ່ານ ຜູ້​ຊ່ວຍ​ວຽກ​ປ​ະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ໃຫ້​ຮູ້​ວ່າ ລັດ​ເຊຍ ຢຶດ​ໝັ້ນ​ຕໍ່​ຂໍ້​ຕົກ​ລົງ​ທີ່​ໄດ້​ປຶກ​ສາ​ຫາ​ລື​ຢູ່​ການ​ພົບ​ປະ​ກັນ​ລະ​ຫວ່າງ​ທ່າ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຢູ່ Anchorage (ອາ​ເມ​ລິ​ກາ); ພ້ອມ​ທັງ​ຢັ້ງ​ຢືນ​ວ່າ​ຝ່າຍ​ໜຶ່ງ​ເຂົ້າ​ຮ່ວມ​ບໍ່​ໄດ້​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ.

ທ່ານ Yuri Ushakov ຊີ້​ແຈ້ງວ່າ​ທີ່​ການ​ພົບ​ປະ​ຢູ່ Anchorage, ລັດ Alaska, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ບັນ​ດາ​ວຽກ​ງານ​ລະ​ອຽດ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ວິ​ວັດ​ການ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ປະ​ທະ​ກັນ​ຢູແກຼນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ທ່ານ​ແລ້ວ, ປັດ​ຈຸ​ບັນ​ມີ​ພຽງ​ແຕ່​ຝ່າຍ​ໜຶ່​ງ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້.

ທີ່​ປຶກ​ສາຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ເນັ້ນ​ໜັກ​ວ່າ ລັດ​ເຊຍ ບໍ່​ຕັ້ງ​ຫ​ວັງ​ຕໍ່​ເລື່ອງ​ບັນ​ດາ​ຂໍ້​ຕົກ​ລົງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຖ້ວນ, ມຸ່ງ​ໄປ​ເຖິງ​ການ​ບັນ​ລຸ​ໄດ້​ບັນ​ດາ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ຂອງ​ຕົນ ແລະ ຍາດ​ໄດ້​ໄຊ​ຊະ​ນະ.