ຝ່າຍ ລັດເຊຍ ກໍສະແດງຄວາມປາດຖະໜາວ່າ ຢູແກຼນ ຈະຕອບຄືນດ້ວຍບັນດາບາດກ້າວເດີນທີ່ຄ້າຍຄືກັນ, ປະກອບສ່ວນຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ສ້າງເງື່ອນໄຂໃຫ້ແກ່ບັນດາຄວາມມານະພະຍາຍາມມຸ່ງໄປເຖິງສັນຕິພາບ. ເຖິງຢ່າງໃດກໍຕາມ, ກະຊວງປ້ອງກັນປະເທດ ລັດເຊຍ ຖະແຫຼງວ່າ ຈະດຳເນີນການບຸກໂຈມຕີລູກສອນໄຟໂຕ້ຕອບເລັ່ງໃສ່ໃຈກາງ Kiev ໃນກໍລະນີ ຢູແກຼນ ຊອກຫາວິທີມ້າງທຳລາຍບັນດາກິດຈະກຳສະເຫຼີມສະຫຼອງວັນໄຊຊະນະຢູ່ ລັດເຊຍ.
ກໍໃນວັນດຽວກັນ, ທ່ານ Volodymyr Zelensky ກໍຖະແຫຼງຢຸດຍິງ ເລີ່ມແຕ່ເວລາ 00 ໂມງ 00 ນາທີຂອງວັນທີ 6 ພຶດສະພາ ຕາມເວລາທ້ອງຖິ່ນ (ກົງກັບ 4 ໂມງ 00 ນາທີຂອງວັນດຽວກັນຕາມເວລາ ຫວຽດນາມ). ທ່ານໃຫ້ຮູ້ວ່າ ເຖິງວ່າ ບໍ່ໄດ້ຮັບຄຳຮຽກຮ້ອງທາງການໃດໆຈາກ ລັດເຊຍ ກ່ຽວກັບບັນດາມາດຕາຢຸດຍິງກໍ່ຕາມ, ແຕ່ທ່ານ Zelensky ຢັ້ງຢືນວ່າ ຝ່າຍ ຢູແກຼນ ຈະມີການກະທຳ “ທີ່ສົມສ່ວນ”. ທ່ານກໍຖືວ່າ ໄດ້ຮອດເວລາແລ້ວທີ່ການນຳ ລັດເຊຍ ຕ້ອງມີບັນດາບາດກ້າວເດີນຢ່າງແທ້ຈິງ ເພື່ອຢຸດຕິການປະທະກັນ.
ທູຮ່າ - ນັກຂ່າວ VOV ປະຈຳ ສະຫະພັນ ລັດເຊຍ
