ພາບປະກອບ: AFP/TTXVN |
ໃນສະພາບການທີ່ອັງກິດຫາກໍ່ມີນາຍົກລັດຖະມົນຕີຄົນໃໝ່ ແລະ ເພື່ອແງ່ຫວັງຮັກສາພື້ນຖານເສດຖະກິດໃຫ້ມີສະຖຽນລະພາບໃນໄລຍະຍາວ, ດັ່ງນັ້ນການໂຈະການປະກາດແມ່ນວິທີການດີທີ່ສຸດເພື່ອຮັບປະກັນໃຫ້ລັດຖະບານວາງອອກຂໍ້ຕົກລົງທີ່ຖືກຕ້ອງ. ທ່ານເນັ້ນໜັກວ່າ ບຸລິມະສິດແຖວໜ້າຂອງລັດຖະບານແມ່ນຮັກສາເສດຖະກິດຢ່າງເປັນປົກກະຕິ ແລະ ຟື້ນຟູຄວາມໄວ້ເນື້ອເຊື່ອໃຈ, ດັ່ງນັ້ນແຜນງົບປະມານໃນໄລຍະກາງຈະສວມບົດບາດສຳຄັນທີ່ສຸດ. ທ່ານລັດຖະມົນຕີ Hunt ຢັ້ງຢືນວ່າ ແຜນການນີ້ກໍ່ຕ້ອງອີງໃສ່ບັນດາການຄາດຄະເນເສດຖະກິດ ແລະ ການເງິນພາກລັດ ຖືກຕ້ອງທີ່ສຸດ, ເພາະສະນັ້ນ, ທ່ານ ແລະ ນາຍົກລັດຖະມົນຕີ ຈຶ່ງຕັດສິນໃຈປະກາດແຜນການໃນເດືອນພະຈິກ ແລະ ນີ້ຈະກາຍເປັນຮ່າງແຜນງົບປະມານລະດູໃບໄມ້ຫຼົ່ນ.
ກ່ອນໜ້ານັ້ນໜຶ່ງວັນ, ທ່ານ Rishi Sunak ໄດ້ກາຍເປັນນາຍົກລັດຖະມົນຕີ ອັງກິດຢ່າງເປັນທາງການພາຍຫຼັງທີ່ກະສັດ Charles III ແຕ່ງຕັ້ງໃນພິທີຢູ່ວັງ Buckingham. ກ່າວຄຳເຫັນພາຍຫຼັງໄດ້ເປັນນາຍົກລັດຖະມົນຕີ ອັງກິດຄົນໃໝ່, ທ່ານ shi Sunak ຍອມຮັບວ່າ ປະເທດອັງກິດ ພວມປະເຊີນໜ້າກັບວິກິດການເສດຖະກິດຢ່າງເລິກເຊິ່ງ ແລະ ບັງຄັບໃຫ້ທ່ານ ຕ້ອງຍົກອອກຂໍ້ຕົກລົງທີ່ຫຍຸ້ງຍາກ ຍ້ອນສະພາບການເສດຖະກິດຂອງປະເທດໃນປັດຈຸບັນ.

