ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ (ພາບ: TTXVN)

ການປະກາດດັ່ງກ່າວໄດ້ຍົກອອກພາຍຫຼັງເກືອບ 24 ຊົ່ວໂມງ ທີ່ທ່ານ Josh Hawley ສະມາຊິກສະພາສູງ ຮຽກຮ້ອງທ່ານ Esper ປະກາດແຜນການຂອງ ທຳນຽບ 5 ແຈ ເພື່ອແນໃສ່ເພີ່ມກຳລັງທະຫານອາເມລິກາ ຢູ່ ຕາເວັນອອກກາງ.

ວັນທີ 4 ທັນວາ, ໜັງສືພິມ Wall Street Journal ໄດ້ຄັດແຫຼ່ງຂ່າວຈາກບັນດາເຈົ້າໜ້າທີ່ອາເມລິກາທີ່ບໍ່ເຜີຍຊື່ໃຫ້ຮູ້ວ່າ, ອຳນາດການປົກຄອງຂອງ ທ່ານ ປະທານາທິບໍດີ Donald Trump ພວມພິຈາລະນາເປີດກວ້າງການມີໜ້າຂອງກອງທັບ ອາເມລິກາ ຢູ່ ຕາເວັນອອກກາງ. ຕາມນັ້ນແລ້ວ, ອາເມລິກາຈະຜັນຂະຫຍາຍກ່ຳປັ່ນຮົບນັບສິບລຳ, ອາວຸດປະເພດໜັກ ແລະ ທະຫານ 14.000 ຄົນ ເພື່ອແນໃສ່ຮັບມືກັບໄພນາບຂູ່ ຂອງ ອີຣານ.