ໃນ​ການ​ປ່ອນ​ບັດ​ປິດ​ລັບ​ທີ່​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ທ່ານ Khalilur Rahman ຍາດ​ໄດ້​ບັດ​ສະ​ໜັບ​ສະ​ໜູນ 99 ບັດ ສູງກວ່າ​ຈຳ​ນວນ​ບັດ​ທີ່ ທ່ານ Andreas Kakouris ນັກ​ການ​ທູດ ສ. ​ໄຊ​ປ​ຼັດ ຍາດ​ໄດ້​ບັດ​ສະ​ໜັບ​ສະ​ໜູນ​ພຽງ​ແຕ່ 91 ບັດ. ເປັນ​ອັນ​ວ່າ, ທ່ານ Khalilur Rahman ຈະ​ຮັບດຳ​ລົງ​ບົດ​ບາດ​ເປັນ​ປະ​ທານ​ ຈາກ​ປະ​ທານ​ຄົນ​ເກົ່າ​ທ່ານ​ນາງ Annalena Baerbock, ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ ໃນ​ເດືອນ ກັນ​ຍາ ຈະ​ມາ​ເຖິງ.

ເມື່ອ​ເດືອນ ກຸມ​ພາ 2026, ທ່ານ Khalilur Rahman ໄດ້​ກາຍ​ເປັນ​ລັດ​ຖະ​ມົນ​ຕີ​ຂອງ ບັງ​ກະ​ລາ​ເທດ, ພາຍຫຼັງ​ທີ່​ດຳ​ລົງ​ຕຳ​ແໜ່ງ​ເປັນ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ແລະ ຮັບ​ຜິດ​ຊ​ອບ​ບັນ​ຫາ​ຊາວ​ລີ້​ໄພ Rohingya ​ທີ່ຈາກ ມາ​ເລ​ເຊຍ ໃນ​ລັດ​ຖະ​ບານ​ຊົ່ວ​ຄາວ.