ວັນ​ທີ 22 ກ​ໍ​ລະ​ກົດ, ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ແລະ ອາ​ເມ​ລິ​ກາ ໄດ້​ພົບ​ປະ​ກັນ​ຢູ່ ມາ​ນີ​ລາ, ຟີ​ລິບ​ປິນ ຢູ່ນອກກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ, ເພື່ອ​ແນ​ໃສ່​ກະ​ກຽມ​ໃຫ້​ແກ່​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ຝ່າຍ. ຕາມ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ​ແລ້ວ, ການ​ພົບ​ປະ​ລະ​ຫວ່າງ​ທ່ານ ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ຫວາງ​ອີ ແລະ ຄູ່​ຮ່ວມ​ຕຳ​ແໜ່ງ ອາ​ເມ​ລິ​ກາ ທ່ານ Marco Rubio ແມ່ນ “ມີ​ຄວາມ​ຈຳ​ເປັນ, ຕັ້ງ​ໜ້າ ແລະ ມີ​ລັກ​ສະ​ນະ​ສ້າງ​ສັນ”.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ຫວາງ​ອີ ຢັ້ງ​ຢືນ​ຄືນ​ໃໝ່​ວ່າ ປີ​ນີ້ ແມ່ນ​ປີ​ສຳ​ຄັນ​ຍິ່ງ​ໃນ​ການ​ພົວ​ພັນ​ຈີນ - ອາ​ເມ​ລິ​ກາ. ປະ​ມຸກ​ລັດ​ສອງ​ປະ​ເທດ ໄດ້​ຈັດ​ຕັ້ງ​ສຳ​ເລັດ​ການ​ພົບ​ປະ​ຄັ້ງ​ປະ​ຫວັດ​ສາດ​ຢູ່​ປັກ​ກິ່ງ, ກຳ​ນົດ​ການ​ພົວ​ພັນ​ຍຸດ​ທະ​ສາດ​ອັນ​ໝັ້ນ​ທ່ຽງ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ລະ​ຫວ່າງ​ສອງ​ຝ່າຍ. ຕາມ​ທ່ານ​ແລ້ວ, ນີ້​ແມ່ນ​ບາດ​ກ້າວ​ເດີນ​ສຳ​ຄັນ​ເຊິ່ງ​ສອງ​ປະ​ເທດ​ມະ​ຫາ​ອຳ​ນາດ​ບັນ​ລຸ​ໄດ້​ໃນ​ການ​ຊອກ​ຫາ​ເສັ້ນ​ທາງ​ພ້ອມ​ກັນ​ຄົງ​ຕົວ​ຢ່າງ​ມີ​ສັນ​ຕິ​ພາບ, ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍດ​ໂດຍ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ ແລະ ຄວາມ​ມຸ່ງ​ຫວັງ​ລວມ​ຂອງ​ປ​ະ​ຊາ​ຄົມ​ສາ​ກົນ.