ທ່ານ ຫວາງອີ ພົບປະກັບທ່ານອະດີດ ລັດຖະມົນຕີການຕ່າງປະເທດ ອາເມລິກາ Henry Kissinger (ພາບ:ກະຊວງການຕ່າງປະເທດ ຈີນ)

ກ່າວຄຳເຫັນທີ່ການພົບປະ, ທ່ານ ຫວາງອີ ໃຫ້ຂໍ້ສັງເກດວ່າ ການພົວພັນ ອາເມລິກາ - ຈີນ ປັດຈຸບັນ ແມ່ນຢູ່ໃນລະດັບຕ່ຳສຸດ ນັບແຕ່ເມື່ອສ້າງຕັ້ງສາຍພົວພັນທາງການທູດມານີ້, ພ້ອມທັງຮຽກຮ້ອງໃຫ້ ອາເມລິກາ ປະຕິບັດນະໂຍບາຍ ຈີນ ຄືນໃໝ່ໃຫ້ເໝາະສົມ ແລະ ແທດຈິງ. ທ່ານກໍຖືວ່າ ສອງຝ່າຍຕ້ອງດຳເນີນການເຈລະຈາ ແທນທີ່ຈະສູ້ຢັນກັນ, ໄກເກ່ຍ ແທນທີ່ຈະ ບັງຄັບ, ໂດຍອີງໃສ່ 3 ຫຼັກການ ເຄົາລົບເຊິ່ງກັນແລະກັນ, ພ້ອມກັນຄົງຕົວບົນພື້ນຖານສັນຕິພາບ ແລະ ຮ່ວມມືກັນພ້ອມກັນຊະນະ. ໃນວັນດຽວກັນ, ທ່ານ ຫວາງອີ ກໍໄດ້ ມີການພົບປະກັບທ່ານອະດີດ ລັດຖະມົນຕີການຕ່າງປະເທດ ອາເມລິກາ Henry Kissinger ແລະ ສະແດງຄວາມຫວັງວ່າ ທ່ານ Henry Kissinger ຈະສືບຕໍ່ສວມບົດບາດສຳຄັນຊ່ວຍໃຫ້ສາຍພົວພັນສອງຝ່າຍໃຫ້ກັບຄືນສູ່ກ້າວເດີນຢ່າງຖືກທິດ.