ຕາມຮ່າງກົດໝາຍດັ່ງກ່າວແລ້ວ, 27 ປະເທດສະມາຊິກ EU ຕ້ອງຜັນຂະຫຍາຍບັນດາມາດຕະການເພື່ອຟື້ນຟູເນື້ອທີດິນ ແລະ ທະເລ ຢ່າງໜ້ອຍສຸດ 20% ຂອງກຸ່ມໃນປີ 2030. ນີ້ແມ່ນເນື້ອໃນຈຸດສຸມໃນບັນດາເປົ້າໝາຍປົກປັກຮັກສາສິ່ງແວດລ້ອມຂອງ EU ຕາມຂໍ້ຕົກລົງສີຂຽວ, ເຊິ່ງເປັນນະໂຍບາຍທີ່ຊ່ວຍໃຫ້ກຸ່ມບັນລຸໄດ້ບັນດາເປົ້າໝາຍກ່ຽວກັບດິນຟ້າອາກາດ. ການປ່ອນບັດຕໍ່ຮ່າງກົດໝາຍດັ່ງກ່າວ ໄດ້ດຳເນີນພາຍຫຼັງທີ່ ຊາວກະສິກອນໄດ້ແຫ່ຂະບວນປະທ້ວງຢູ່ທົ່ວເອີຣົບໃນຫຼາຍອາທິດຜ່ານມາ. ໜຶ່ງໃນບັນດາເຫດຜົນທີ່ເຮັດໃຫ້ຊາວກະສິກອນເອີຣົບ ດຳເນີນການແຫ່ຂະບວນປະທ້ວງນັ້ນແມ່ນ ຂໍ້ຕົກລົງສີຂຽວຂອງ EU ເຊິ່ງເຂົາເຈົ້າຖືວ່າ ໄດ້ໃຫ້ເກີດກໍ່ສະພາບອາດຍາສິດຫຼາຍເກີນໄປສຳລັບຊາວກະສິກອນ.
ກໍໃນວັນທີ 27 ກຸມພາ, ບັນດາສະມາຊິກລັດຖະສະພາ EU ກໍຮັບຮອງເອົາບັນດາຂໍ້ກຳນົດໃໝ່ ເພື່ອແນໃສ່ສະກັດກັ້ນອາດຊະຍາກຳກ່ຽວກັບສິ່ງແວດລ້ອມ.
