ສະຖານທູດ ອາເມລິກາ ກໍໃຫ້ຮູ້ວ່າ ທ່ານ Stephen Biegun ແລະ ທ່ານ Igor Morgulov ໄດ້ຍົກອອກຫຼາຍບັນຫາທີ່ກ່ຽວຂ້ອງເຖິງ ສປປ.ເກົາຫຼີ ເຊິ່ງ ອາເມລິກາ ແລະ ລັດເຊຍ ຕ່າງກໍມີທັດສະນະຄືກັນ, ພ້ອມທັງໃຫ້ຄໍາໝັ້ນສັນຍາ ຮັກສາການເຈລະຈາເພື່ອເປັນຂົວເຊື່ອມຕໍ່ໃຫ້ບໍ່ວ່າຄວາມແຕກໂຕນໃດໆໃນວິວັດທະນາການເຈລະຈາໃນພາຍພາກໜ້າ.
ແລະກໍໃນວັນທີ 18 ເມສາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ຖະແຫຼງວ່າເຂົາເຈົ້າພ້ອມແລ້ວທີ່ຈະເຈລະຈາກັບ ສປປ.ເກົາຫຼີ ພາຍຫຼັງທີ່ອໍານາດການປົກຄອງ ພຽງຢາງ ຮຽກຮ້ອງລົບຊື່ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ອອກຈາກບັນຊີລາຍຊື່ຜູ້ເຂົ້າຮ່ວມການເຈລະຈານິວເຄຼຍໃນອະນາຄົດ. ໂຄສົກກະຊວງການຕ່າງປະເທດ ອາເມລິກາ ຊີ້ແຈ້ງວ່າ: “ອາເມລິກາ ພ້ອມແລ້ວ ເຈລະຈາ ກັບ ສປປ.ເກົາຫຼີ ດ້ວຍຈິດໃຈສ້າງສັນ”.
