ຕາມ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ແຫ່ງ​ຊາດ Naftogaz (ຢູ​ແກຼນ) ແລ້ວ, ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ລັດ​ເຊຍ ແນ​ໃສ່​ບັນ​ດາ​ຮ​າ​ກ​ຖານ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງລັງ​ງານ​ສຳ​ຄັນ​ຂອງ​ກຸ່ມ​ບໍ​ລິ​ສັດ​ນີ້​ໃນ​ວັນ​ທີ 07 ສິງ​ຫາ, ເຮັດ​ໃຫ້​ຫຼາຍ​ຮາ​ກ​ຖານ​ຕ້ອງ​ຢຸ​ດ​ຕິ​ການ​ເຄື່ອນ​ໄຫວ​ຊົ່ວ​ຄາວ. ບັນ​ດາ​ສະ​ຖານ​ທີ່​ຖືກ​ບຸກ​ໂຈມ​ຕີ​ຂຶ້ນ​ກັບ​ກຳ​ມະ​ສິດ​ຂອງ​ບໍ​ລິ​ສັດ​ຂຸດ​ຄົ້ນ​ນ້ຳ​ມັນອາຍ​ແກັດ ຢູ​ແກຼນ, ບໍ​ລິ​ສັດ​ສາ​ຂາ​ຂອງ Naftogaz. ມີ 7 ຮາກ​ຖານຂອງ Ukrnafta ຢູ່​ທາງ​ທິດ​ຕາ​ເວັນ​ອອກ ຢູ​ແກຼ​ນ ​ຖືກ​ບຸກ​ໂຈມ​ຕີໃນ​ຕອນ​ຄ່ຳ. ມີ​ເຄື່ອງ​ອຸ​ປະ​ກອນ​ສຳ​ຄັນ​ຫຼາຍ​ອັນ​ຖືກ​ທຳ​ລາຍ, ເຮັດ​ໃຫ້​ຮາກ​ຖານ​ຕ້ອງ​ຢຸດ​ຕິ​ການ​ເຄື່​ອນ​ໄຫວ​ຊົ່​ວ​ຄາວ ແລະ ກໍ່​ຄວາມ​ເສຍ​ຫາຍ​ດ້ານ​ປະ​ລິ​ມານ​ຫຼາຍ​ພໍ​ສົນ​ຄວນ.

ໃນ​ວັນ​ດຽວ​ກັນ, ລັດ​ເຊຍ ສືບ​ຕໍ່​ບຸກ​ໂຈມ​ຕີ​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ​ພະ​ລັງ​ງານ​ຂອງ ຢູ​ແກຼນ, ຕີ​ຖືກ 4 ​ປ້ອມ​ນ້ຳ​ມັນຂອງ Ukrnafta ຢູ່​ບັນ​ດາ​ແຂວງ Zaporizhzhia ແລະ Dnipropetrovsk.