ວັນທີ 14 ກັນຍາ, ທ່ານ Troy Meink, ລັດຖະມົນຕີກະຊວງທະຫານອາກາດ ອາເມລິກາ ໃຫ້ຮູ້ວ່າ ກຳລັງອາວະກາດ ອາເມລິກາ ໄດ້ຜັນຂະຫຍາຍບັນດາ “ອາວຸດຄວບຄຸມອາວະກາດໃນວົງໂຄຈອນ” ເພື່ອແນໃສ່ປົກປ້ອງກຳລັງຂອງ ອາເມລິກາ ຕໍ່ກັບບັນດາຄວາມສ່ຽງນາບຂູ່ຈາກພາຍນອກ.
ໂດຍມີປະຕິກິຍາຕໍ່ຂໍ້ມູນດັ່ງກ່າວ, ວັນທີ 15 ກັນຍາ, ທ່ານ Dmitry Peskov, ໂຄສົກຂອງວັງ Kremlin ຖະແຫຼງວ່າ ລັດເຊຍ ຖືວ່າ ເຂດອາວະກາດ "ຕ້ອງເປັນແຫ່ງທີ່ບໍ່ມີອາວຸດໃດໆ," ພ້ອມກັນນັ້ນກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ມານະພະຍາຍາມມຸ່ງໄປເຖິງການປອດການທະຫານຢູ່ເຂດອາວະກາດຢ່າງສິ້ນເຊີງ. ຈີນ ກໍ່ກ່າວເຕືອນຄວາມສ່ຽງກ່ຽວກັບການເພີ່ມທະວີການຊ່ວງເສັງອາວຸດຢູ່ເຂດອາວະກາດ.
