ລັດເຊຍ ແລະ ອີຢິບ ເປັນຄັ້ງທຳອິດຈັດຕັ້ງການຊ້ອມຮົບປ້ອງກັນອາກາດຮ່ວມ (ພາບ: THX/TTXVN) |
ແຈ້ງການຢ່າງເປັນທາງການຈາກທະຫານເຂດພາກໃຕ້ຂອງ ລັດເຊຍ ໃຫ້ຮູ້ວ່າ: ພົນທະຫານ 100 ຄົນຂອງທະຫານເຂດນີ້ ຈະເຂົ້າຮ່ວມການຊ້ອມຮົບ ແນໃສ່ແລກປ່ຽນບົດຮຽນການທະຫານ, ຮັບປະກັນຄວາມໝັ້ນຄົງທາງອາກາດ ແລະ ຈັດຕັ້ງການປ້ອງກັນອາກາດປົກປ້ອງບັນດາເປົ້າໝາຍສຳຄັນ, ປະຕິບັດບັນດາທັກສະຕົວຈິງຂອງພົນທະຫານ ແລະ ນາຍທະຫານໃຫ້ສຳເລັດ. ປັດຈຸບັນ, ອີຢິບ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ລັດເຊຍໃນຂົງເຂດເຕັກນິກການທະຫານ.

