(ພາບ: kremlin.ru)
ຂໍ້ມູນດັ່ງກ່າວໂດຍ ທ່ານນາງ Yana Lantratova ຂ້າຫຼວງໃຫຍ່ສິດທິມະນຸດຂອງ ລັດເຊຍ ປະກາດ. ທ່ານ David Arakhamia, ຫົວໜ້າກຸ່ມພັກ "ຮັບໃຊ້ຂອງປະຊາຊົນ" ກຳອຳນາດໃນສະພາແຫ່ງຊາດ ຢູແກຼນ, ກໍ່ໄດ້ຢືນຢັນຂໍ້ມູນດັ່ງກ່າວ.
ທ່ານນາງ Yana Lantratova ໄດ້ແຈ້ງໃຫ້ຮູ້ວ່າ ໄລ່ຮອດເວລາ 17 ໂມງ 30 ນາທີ ຂອງວັນທີ 27 ຕຸລາ (ຕາມເວລາທ້ອງຖິ່ນ), ບໍ່ເກີດການລະເມີດຂໍ້ຕົກລົງຢຸດຍິງໃດໆຈາກທັງສອງຝ່າຍ. ໃນຂະນະນັ້ນ, ທ່ານ David Arakhamia ໃຫ້ຮູ້ວ່າ ຄຳສັ່ງຢຸດຍິງທີ່ໃຫຍ່ທີ່ສຸດໄດ້ຖືກຈັດວາງຢູ່ໃນແນວໜ້າຍາວທີ່ສຸດຢູ່ທາງພາກໃຕ້ ຢູແກຼນ ແລະ ທ່ານຕີລາຄາວ່າ ນີ້ແມ່ນການຫຼຸດຄວາມເຄັ່ງຕຶງຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ປີ 2022.
