ລັດເຊຍ ແລະ ຢູແກຼນ ບັນລຸໄດ້ຂໍ້ຕົກລົງສືບຕໍ່ຂົນສົ່ງອາຍແກັດໄປຍັງ ເອີຣົບ (ພາບ: AFP/TTXVN)

ນີ້ແມ່ນໝາກຜົນຂອງການພົບປະເຈລະຈາລະຫວ່າງ 2 ຝ່າຍ ເຊິ່ງດຳເນີນໄປຢູ່ນະຄອນຫລວງ Mink ປະເທດ ເບລາຣຸດ. ທ່ານ Sergei Kupriyanov ໂຄສົກກຸ່ມບໍລິສັດອາຍແກັດ Gazprom ໄດ້ຢືນຢັນຂໍ້ມູນຂ່າວດັ່ງກ່າວ ພ້ອມທັງໃຫ້ຮູ້ວ່າ: 2 ຝ່າຍໄດ້ແກ້ໄຂບັນດາບັນຫາທີ່ຍັງຕິດຂັດ ເພື່ອບັນລຸໄດ້ຂໍ້ຕົກລົງສະບັບໃໝ່ ເຊິ່ງມີຜົນສັກສິດໃນໄລຍະ 5 ປີ, ແທນໃຫ້ຂໍ້ຕົກລົງໃນປັດຈຸບັນ (ໄລຍະເວລາ 10 ປີ) ຈະໝົດອາຍຸໃນວັນທີ 31 ທັນວາ ຈະມາເຖິງ.