ໃນບົດ​ຂຽນ​ທີ່​ເອົາ​ລົງ​ໃນສື່ສັງຄົມ Truth Social ໃນ​ວັນ​ທີ 11 ຕຸລາ, ທ່ານ Donald Trump, ປະທານາທິບໍດີ ອາ​ເມ​ລິ​ກາ ໄດ້​ຖະ​ແຫຼງວ່າ ​ລັດເຊຍ ແລະ ຢູ​ແກຼນ ໄດ້ຕົກລົງ​ປະ​ຕິ​ບັດ​ຄຳ​ສັ່ງ "ຢຸດຍິງດ້ານພະລັງງານ" ​ມີ​ຜົນ​ສັກ​ສິດໃນທັນທີ, ​ຕາມນັ້ນ​ແລ້ວ ກໍ່ຢຸດຕິບັນ​ດາ​ການ​ບຸກ​ໂຈມຕີແນໃສ່ພື້ນຖານ​ໂຄງ​ລ່າງ​ດ້ານພະລັງ​ງານ​ຂອງກັນ. ທ່ານ​ໃຫ້​ຮູ້​ວ່າ ທັງສອງຝ່າຍໄດ້ເຫັນດີ, ​ແຕ່ບໍ່ເຜີຍລາຍລະອຽດກ່ຽວ​ກັບ​ບັນ​ດາມາດຕາ​ຂອງຂໍ້ຕົກລົງ, ແລະ ຮຽກຮ້ອງບໍ່​ໃຫ້​ຝ່າຍ​ໃດ​ທຳ​ລາຍຂໍ້ຕົກລົງ.

ແຈ້ງ​ການ​ໄດ້​ຍົກ​ອອກ​ມາ​ພາຍ​ຫຼັງ​ທີ່​ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຕຳ​ໜິ​ຕິ​ຕຽນ​ທ່ານ Volodymyr Zelensky ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ໜຶ່ງວັນ, ໂດຍກ່າວຫາ​ບັນ​ດາການໂຈມຕີຂອງ Kiev ​ແນ​ໃສ່​ບັນ​ດາ​ຮາກ​ຖານຜະລິດນ້ຳມັນກາຊວນຂອງ ລັດ​ເຊຍ ທີ່​ໄດ້ເຮັດ​ໃຫ້​ເກີດ​ສະ​ພາບຂາດແຄນນ້ຳມັນເຊື້ອໄຟ​ໃນຕະ​ຫຼາດ​ທົ່ວ​ໂລກ.

ເຖິງຢ່າງໃດກໍ່ຕາມ, ໃນການຕອບສຳພາດກັບ Axios​ ຫຼັງຈາກນັ້ນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Zelensky ​ໃຫ້​ຮູ້ວ່າ ຄຳຖະແຫຼງຂອງ ທ່ານ Trump ແມ່ນ​ຂໍ້​ມູນ​ແບບບໍ່ທັນຕັ້ງຕົວ ແລະ ຢືນຢັນວ່າ ທ່ານບໍ່ຮູ້ຫຍັງກ່ຽວກັບຂໍ້ຕົກລົງຢຸດຍິງ.