(ພາບປະກອບ: TTXVN)
ໃນບົດຂຽນທີ່ເອົາລົງໃນສື່ສັງຄົມ Truth Social ໃນວັນທີ 11 ຕຸລາ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ຖະແຫຼງວ່າ ລັດເຊຍ ແລະ ຢູແກຼນ ໄດ້ຕົກລົງປະຕິບັດຄຳສັ່ງ "ຢຸດຍິງດ້ານພະລັງງານ" ມີຜົນສັກສິດໃນທັນທີ, ຕາມນັ້ນແລ້ວ ກໍ່ຢຸດຕິບັນດາການບຸກໂຈມຕີແນໃສ່ພື້ນຖານໂຄງລ່າງດ້ານພະລັງງານຂອງກັນ. ທ່ານໃຫ້ຮູ້ວ່າ ທັງສອງຝ່າຍໄດ້ເຫັນດີ, ແຕ່ບໍ່ເຜີຍລາຍລະອຽດກ່ຽວກັບບັນດາມາດຕາຂອງຂໍ້ຕົກລົງ, ແລະ ຮຽກຮ້ອງບໍ່ໃຫ້ຝ່າຍໃດທຳລາຍຂໍ້ຕົກລົງ.
ແຈ້ງການໄດ້ຍົກອອກມາພາຍຫຼັງທີ່ ທ່ານປະທານາທິບໍດີ ອາເມລິກາ ຕຳໜິຕິຕຽນທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ໜຶ່ງວັນ, ໂດຍກ່າວຫາບັນດາການໂຈມຕີຂອງ Kiev ແນໃສ່ບັນດາຮາກຖານຜະລິດນ້ຳມັນກາຊວນຂອງ ລັດເຊຍ ທີ່ໄດ້ເຮັດໃຫ້ເກີດສະພາບຂາດແຄນນ້ຳມັນເຊື້ອໄຟໃນຕະຫຼາດທົ່ວໂລກ.
ເຖິງຢ່າງໃດກໍ່ຕາມ, ໃນການຕອບສຳພາດກັບ Axios ຫຼັງຈາກນັ້ນ, ທ່ານປະທານາທິບໍດີ Zelensky ໃຫ້ຮູ້ວ່າ ຄຳຖະແຫຼງຂອງ ທ່ານ Trump ແມ່ນຂໍ້ມູນແບບບໍ່ທັນຕັ້ງຕົວ ແລະ ຢືນຢັນວ່າ ທ່ານບໍ່ຮູ້ຫຍັງກ່ຽວກັບຂໍ້ຕົກລົງຢຸດຍິງ.
