ທ່ານ Dmitry Peskov, ໂຄສົກຂອງວັງ Kremlin ກ່າວວ່າ ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ໄດ້​ອອກ​ຄຳສັ່ງໃຫ້ຢຸດການ​ບຸກໂຈມຕີ ​ກີ​ແອັບ, ຫຼັງ​ຈາກນັ້ນ, ທ່ານ Volodymyr Zelensky ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ກໍ່ໄດ້​ຍົກ​ອອກ​ແຈ້ງ​ການ​ທີ່​ຄ້າຍ​ຄື​ກັນ. ເຫດ​ຜົນທີ່ທັງສອງຝ່າຍໄດ້​ຍົກ​ອອກ​ມາແມ່ນເພື່ອຈັດ​ການ​ພົບ​ປະ​ກັບ​ບັນ​ດາ​ທູດ​ພິ​ເສດຂອງປະທານາທິບໍດີ ອາ​ເມ​ລິ​ກາ ຢູ່ ມົດ​ສະ​ກູ ແລະ ກີ​ແອັບ.

ໃນ​ວັນ​ດ​ຽວ​ກັນ, ທູດພິເສດຂອງ ອາ​ເມ​ລິ​ກາ ທ່ານ Steve Witkoff ແລະ ທ່ານ Jared Kushner ໄດ້ເດີນທາງມາຮອດ ມົດ​ສ​ະ​ກູ ແລະ ໄດ້ພົບປະກັບ​ທ່ານປະທານາທິບໍດີ Putin.