ແຈ້ງການຂອງກະຊວງປ້ອງກັນປະເທດ ລັດເຊຍ ໄດ້ຊີ້ແຈ້ງວ່າ, ເພື່ອກະກຽມໃຫ້ການເຄື່ອນໄຫວມະນຸດສະທຳ ຢູ່ເຂດໃກ້ກັບ Oleshky, ບັນດາກຳລັງປະກອບອາວຸດ ສະຫະພັນ ລັດເຊຍ ໄດ້ຢຸດຍິງໃນສະໜາມຮົບ Kherson ແລະ ສ້າງຕັ້ງ “ລະບົບການຢຸດຍິງ”, ມີຜົນສັກສິດນັບແຕ່ເວລາ 4 ໂມງ ວັນທີ 27 ຕຸລາ, ຕາມເວລາ ລັດເຊຍ (ກົງກັບເວລາ 8 ໂມງຕາມເວລາ ຫວຽດນາມ). ກ່ອນນັ້ນໜຶ່ງວັນ, ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ: ບັນດາຫົວໜ່ວຍຂຶ້ນກັບກຸ່ມສູ້ຮົບ “Dnepr” ໄດ້ປະຕິບັດວຽກງານມ້າງທຳລາຍລູກລະເບີດ, ບັນດາວັດຖຸຸລະເບີດ , ກັບດັກລະເບີດ ຕາມເສັ້ນທາງຫຼັັກໄປເຖິງ Oleshky ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ວຽກງານການຂົນສົ່ງເຄື່ອງອຸປະໂພກ, ບໍລິໂພກທີ່ຈຳເປັນ.
