ການນຳປະເທດ ລັດເຊຍ, ເຢຍລະມັນ, ຕວກກີ, ຝຣັ່ງ, ອອກຖະແຫຼງການຮ່ວມກ່ຽວກັບບັນຫາ ຊີຣີ້ (ພາບ: AFP/TTXVN)

ໃນຖະແຫຼງການຮ່ວມ, ການນຳທັງ 4 ປະເທດລ້ວນແຕ່ເຫັນດີເປັນເອກະພາບກັນທີ່ຖືວ່າ: ວິກິດການ ຊີຣີ ພຽງແຕ່ໄດ້ຮັບການແກ້ໄຂດ້ວຍມາດຕະການດ້ານການເມືອງ - ການທູດເທົ່ານັ້ນ, ພ້ອມທັງ ເນັ້ນໜັກເຖິງຄວາມສຳຄັນຂອງຄຳສັ່ງຢຸດຍິງໄລຍະຍາວຢູ່ ຊີຣີ ກໍ່ຄືຄວາມຈຳເປັນຂອງການຕໍ່ສູ້ຕ້ານຄືນພວກກະບົດ. ນອກນັ້ນ, ໃນຖະແຫຼງການຮ່ວມ, ການນຳ 4 ປະເທດ ໄດ້ສະແດງການສະໜັບສະໜູນສຳລັບວິວັດທະນາການດ້ານການເມືອງຮອບດ້ານ ໂດຍສະຫະປະຊາຊາດຂຶ້ນແຜນ, ແລະ ປະຊາຊົນ ຊີຣີ ນຳໜ້າ ແລະ ເປັນເຈົ້າການ.