ວັນທີ 07 ມິຖຸນາ, ທ່ານ Dmitry Peskov, ໂຄສົກວັງ Kremlin ໃຫ້ຮູ້ວ່າ, ລັດເຊຍ ຕີລາຄາສູງຄວາມຈິງໃຈຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໃນຄວາມມານະພະຍາຍາມແກ້ໄຂບັນຫາ ຢູແກຼນ. ເມື່ອຕອບສຳພາດຕໍ່ນັກຂ່າວ Pavel Zarubin, ທ່ານ Dmitry Peskov ຊີ້ແຈ້ງວ່າ ລັດເຊຍ ຕີລາຄາສູງບັນດາຄຳຖະແຫຼງຂອງທ່ານ Marco Rubio, ລັດຖະມົນຕີການຕ່າງປະເທດ ອາເມລິກາ ກ່ຽວກັບບັນຫາ ຢູແກຼນ; ພ້ອມກັນນັ້ນ ເນັ້ນໜັກເຖິງຄວາມຄົງຕົວຂອງບັນດາທັດສະນະທີ່ແຕກຕ່າງກັນລະຫວ່າງບັນດາສະມາຊິກໃນອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump.
ໃນຂະນະນັ້ນ, ໃນວັນດຽວກັນ, ທ່ານ Yury Ushakov, ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ຮັບຜິດຊອບນະໂຍບາຍການຕ່າງປະເທດ ລັດເຊຍ ໄດ້ເຜີຍວ່າ ລັດເຊຍ ຍັງຮັກສາຊ່ອງຕິດຕໍ່ລັບກັບຝ່າຍ ຢູແກຼນ ແລະ 2 ຝ່າຍໄດ້ມີການພົບປະແລກປ່ຽນຢ່າງເປີດອົກເປີດໃຈໃນບັນດາຮອບເຈລະຈາກ່ອນໜ້ານັ້ນ.
