ໂຄສົກກະຊວງການຕ່າງປະເທດ ລັດເຊຍ ທ່ານນາງ Maria Zakharova (ພາບ: Sputnik/TTXVN) |
ທ່ານນາງ Maria Zakharova ໃຫ້ຮູ້ວ່າ: ສະພາບການຢູ່ພາກພື້ນ ພວມເຄັ່ງຕຶງ ອາດສາມາດກໍ່ໃຫ້ເກີດການປະທະກັນດ້ວຍການນຳໃຊ້ກຳລັງອາວຸດ. ຜູ້ຕາງໜ້າກະຊວງການຕ່າງປະເທດ ລັດເຊຍ ເນັ້ນໜັກວ່າ ຖ້າຫາກກໍລະນີດັ່ງກ່າວເກີດຂຶ້ນແທ້ ແລະ ຖ້າຫາກສະພາບການຜັນແປຕາມການນາບຂູ່ຂອງ ອາເມລິກາ ນີ້ອາດຈະແມ່ນວິນາດສະກຳຮ້າຍແຮງ. ຕາມທ່ານນາງ Maria Zakharova ແລ້ວ, ເບິ່ງຄືວ່າ ອາເມລິກາ ບໍ່ເຂົ້າໃຈກ່ຽວກັບຜົນຮ້າຍຢ້ອນຫລັງຢ່າງຮ້າຍແຮງຂອງການປະທະກັນດ້ວຍອາວຸດ, ຍ້ອນວ່າ ເລື່ອງດັ່ງກ່າວ ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງ ວໍຊິງຕັນ ເທົ່ານັ້ນ ຫາກຍັງສົ່ງຜົນສະທ້ອນເຖິງທຸກປະເທດໃນພາກພື້ນອີກດ້ວຍ.

