ວັນທີ 30 ກໍລະກົດ, ທ່ານ Andrey Belousov ຮອງຫົວໜ້າຄະນະຜູ້ຕາງໜ້າລັດເຊຍ ປະຈໍາ ເຊີແນວ, ປະເທດ ສະວິດ ໃຫ້ຮູ້ວ່າ ອາເມລິກາ ອາດຈະພວມຂຶ້ນແຜນຖິ້ມໂທດໃຫ້ ລັດເຊຍວ່າ ບໍ່ປະຕິບັດຕາມ ສົນທິສັນຍາ ວ່າດ້ວຍການເກືອດຫ້າມທົດລອງນິວເຄຼຍ ຮອບດ້ານ (CTBT) ເພື່ອຖືວ່ານີ້ ເປັນຂໍ້ອ້າງຖອນຕົວອອກຈາກ ສົນທິສັນຍາສະບັບນີ້. ກ່າວຄໍາເຫັນທີ່ກອງປະຊຸມຫຼຸດຜ່ອນກໍາລັງທັບ ທີ່ດໍາເນີນຢູ່ນະຄອນ ເຊີແນວ, ທ່ານ Belousov ເນັ້ນໜັກວ່າ: “ເບິ່ງຄືວ່າ ຜ່ານບັ້ນການໂຄສະນາຂ່າວບໍ່ມີມູນຄວາມຈິງ ກ່ຽວກັບເລື່ອງ ລັດເຊຍ ບໍ່ປະຕິບັດຕາມສົນທິສັນຍາ CTBT ນີ້, ອາເມລິກາ ພວມມີກົນອຸບາຍຖອນຕົວອອກຈາກສົນທິສັນຍາສະບັບດັ່ງກ່າວ ແລະ ຫຼັງຈາກນັ້ນ ອີກເທື່ອໜຶ່ງໄດ້ຖິ້ມໂທດໃຫ້ ລັດເຊຍ” ເຖິງຢ່າງໃດກໍຕາມ, ທ່ານ Belousov ຢັ້ງຢືນຢ່າງແນວແນ່ວ່າ “ກົນອຸບາຍ” ນີ້ ຈະບໍ່ມີຜົນປະໂຫຍດ. ຕາມນັກການທູດ ລັດເຊຍ ຄົນດັ່ງກ່າວແລ້ວ, ວໍຊີງຕັນ ພວມມີເຈດຕະນາເພີ່ມທະວີກໍາລັງຄວາມສາມາດບົ່ົມຊ້ອນຍຸດທະສາດໂດຍບໍ່ຈໍາກັດ, ໃນນັ້ນ ມີທັງຄວາມສາມາດບຸກໂຈມຕີນິວເຄຼຍ ແລະ ອຸປະກອນປ້ອງກັນລູກສອນໄຟນໍາວິຖີ.
ລັດເຊຍ ກ່າວຫາ ອາເມລິກາ ມີກົນອຸບາຍຖອນຕົວອອກຈາກ ສົນທິສັນຍາວ່າດ້ວຍການເກືອດຫ້າມທົດລອງນິວເຄຼຍ ຮອບດ້ານ
(VOVWORLD) - “ເບິ່ງຄືວ່າ ຜ່ານບັ້ນການໂຄສະນາຂ່າວບໍ່ມີມູນຄວາມຈິງ ກ່ຽວກັບເລື່ອງ ລັດເຊຍ ບໍ່ປະຕິບັດຕາມສົນທິສັນຍາ CTBT ນີ້, ອາເມລິກາ ພວມມີກົນອຸບາຍຖອນຕົວອອກຈາກສົນທິສັນຍາສະບັບດັ່ງກ່າວ ແລະ ຫຼັງຈາກນັ້ນ ອີກເທື່ອໜຶ່ງໄດ້ຖິ້ມໂທດໃຫ້ ລັດເຊຍ”
