ເຮືອບິນສອດແນມ Il-20 ຂອງ ລັດເຊຍ (ພາບ: The Drive/TTXVN)

ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Igor Konashenkov ໂຄສົກກະຊວງປ້ອງກັນປະເທດ ລັດເຊຍ ຢືນຢັນວ່າ ສາຍເຫດທີ່ກໍ່ໃຫ້ເກີດເຫດເຮືອບິນສອດແນມ Il-20 ຂອງ ລັດເຊຍ ຖືກຍິງຕົກຢູ່ ຊີຣີ ແມ່ນຍ້ອນກຳລັງປ້ອງກັນອາກາດ ອິດສະຣາແອັນ ທັງໝົດ. ທ່ານ Igor Konashenkov ຊີ້ແຈ້ງວ່າ ກຳລັງປ້ອງກັນອາກາດຂອງ ອິດສະຣາແອັນ ໄດ້ຫຼວກລວງເຮັດໃຫ້ເຮືອບິນທະຫານຂອງ ລັດເຊຍ ບິນຫຼົງທິດເຂົ້າໄປທີ່ຕັ້ງບຸກໂຈມຕີຂອງເຮືອບິນສູ້ຮົບ F-16, ເຮັດໃຫ້ເຮືອບິນສອດແນມ Il-20 ບໍ່ສາມາດບິນເຂົ້າເຂດປອດໄພໄດ້.