ລັດເຊຍ ຍິງຍານອາວະກາດຂຶ້ນສູ່ສະຖານີອາວະກາດ (ພາບ: AFP/TTXVN)

ໃນການເດີນທາງນີ້, ເປັນຄັ້ງທຳອິດທີ່ມີການເຂົ້າຮ່ວມຂອງນັກອາວະກາດ Hazzaa AlMansoori ທີ່ມາຈາກ ສະຫະລັດ ອາຣັບ ເອມີເລດ (UAE). ສະມາຊິກ 2 ຄົນທີ່ຍັງເຫຼືອນັ້ນ ລວມມີນັກອາວະກາດ ລັດເຊຍ 1 ຄົນ ແລະ ນັກອາວະກາດ ອາເມລິກາ 1 ຄົນ. ນັກອາວະກາດ UAE ຈະເຮັດວຽກຕົວຈິງຢູ່ ISS ເປັນເວລາ 8 ວັນ.

ອົງການອາວະກາດ Roscosmos ຂອງ ລັດເຊຍ ປະກາດວ່າ ຍານອາວະກາດ Soyuz ໄດ້ບິນເຂົ້າວົງໂຄຈອນເປັນທີ່ຮຽບຮ້ອຍແລ້ວ.