(ພາບປະກອບ)

ລັດເຊຍ ຫວັງວ່າ ອາເມລິກາ ຈະຫລີກລ້ຽງບໍ່ວ່າການກະທຳໃດໆ ທີ່ປຸກປັ່ນຍຸແຍ່ ສປປ.ເກົາຫຼີ, ພາຍຫລັງ ທ່ານປະທານາທິບໍດີ ອາເມລິກາ Donald Trump ມີຄຳກ່າວເຕືອນຢ່າງແຮງ ທີ່ເລັ່ງໃສ່ ພຽງຢາງ. ທ່ານ Vassily Nebenzia ກໍ່ຮຽກຮ້ອງບັນດາຝ່າຍ ເຈລະຈາດ້ານການເມືອງ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງ.

ແລະກໍ່ໃນວັນດຽວກັນ, ໂຄສົກສະຫະປະຊາຊາດ Stephane Dujarric ໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ມີຄວາມເປັນຫ່ວງຕໍ່ເລື່ອງ ສປປ.ເກົາຫຼີ ມີບັນດາຖະແຫຼງການທີ່ມີລັກສະນະປະສູ້ຢັນກັນ